ປະຫວັດຄວາມເປັນມາ

  • ບໍລິສັດ ເອັສທີກຣຸບ ຈຳກັດ ແມ່ນກຸ່ມບໍລິສັດໃຫຍ່ບໍລິສັດໜຶ່ງທີ່ດໍາເນີນທຸລະກິດໃນຫຼາຍຮູບແບບ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1994. ພາຍໃຕ້ການເປັນປະທານ ແລະ ບໍລິຫານງານໂດຍ ທ່ານ ສີທັດ ໄຊສຸລິວົງ. ກຸ່ມບໍລິສັດ ເອັສທີກຣຸບ ຈຳກັດ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງໝັ້ນຄົງໃນຫຼາຍຮູບແບບທຸລະກິດດ້ວຍກັນເຊັ່ນ: ທຸລະກິດການສົ່ງອອກ-ນຳເຂົ້າ, ຮ້ານຄ້າປອດພາສີ, ພະລັງງານໄຟຟ້ານ້ຳຕົກ, ບໍ່ແຮ່, ອຸດສາຫະກຳຢາສູບ, ໄມ້, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ, ກໍ່ສ້າງ, ໂຮງແຮມ ແລະ ອື່ນໆ. ພ້ອມດຽວກັນ ບໍລິສັດຍັງໄດ້ເຮັດທຸລະກິດອະສັງຫາລິມະຊັບ ແລະ ພ້ອມໃຫ້ຄໍາປຶກສາທາງແນວຄິດ ໃນການດຳເນີນທຸລະກິດໃຫ້ແກ່ນັກລົງທຶນ.
  • ຄຽງຄູ່ກັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ທາງ ບໍລິສັດ ເອັສທີກຣຸບ ຍັງໄດ້ເລັງເຫັນ ຄວາມສຳຄັນທາງດ້ານ ການທະນາຄານ, ດັ່ງນັ້ນທະນາຄານ ເອັສທີ ຈຳກັດ ຈຶ່ງໄດ້ຖືກສ້າງຂຶ້ນ ໃນວັນທີ 3/07/2009. ທະນາຄານ ເອັສທີ ໄດ້ມີແຜນການທີ່ຈະຂະຫຍາຍສາຂາຂອງທະນາຄານໃຫ້ໄດ້ທົ່ວທຸກແຂວງໃນ ສ.ປ.ປ ລາວ ເພື່ອໃຫ້ການບໍລິການທາງດ້ານການເງິນເຂົ້າເຖິງຊຸມຊົນຢ່າງທົ່ວເຖິງ ແລະ ມີປະສິດທິພາບ.
  • ເປົ້າໝາຍ

    ຄ່ານິຍົມ

    ວິໄສທັດຂອງທະນາຄານ

    ວິໄສທັດຂອງ ທະນາຄານ ເອັສທີ ຈຳກັດ “ແມ່ນເປັນທະນາຄານທີ່ໄດ້ຮັບການຍົກຍ້ອງໃນດ້ານການສ້າງປະສິດທິພາບທາງການເງິນຜ່ານເທັກໂນໂລຢີຕ່າງໆ ແລະ ຄວາມເພິ່ງພໍໃຈຂອງລູກຄ້າໂດຍການປັບປ່ຽນຫລັກການຂອງທະນາຄານ ໃຫ້ເຂົ້າກັບມາດຕະຖານສາກົນ.



    ວິໄສທັດຂອງທ່ານປະທານ

    ທະນາຄານ ເອັສທີ ຈຳກັດ ແມ່ນໜຶ່ງໃນທະນາຄານທຸລະກິດ ເອກະຊົນລາວເປັນເຈົ້າຂອງ ເຊິ່ງຖືຮຸ້ນ 100% ທະນາຄານ ເອັສທີ ຈຳກັດ




    ສະຖິຕິທີ່ຫນ້າສົນໃຈ

    ສະຖິຕິທີ່ເວົ້າກ່ຽວກັບການບໍລິການທະນາຄານ.

    ສາຂາ | ໜ່ວຍບໍລິການ

    37 ສາຂາ ແລະ ໜ່ວຍບໍລິການພາຍໃນປະເທດ

    ລູກຄ້າ

    ຫຼາຍກວ່າ 500K ຜູ້ຄົນ

    ພະນັກງານ

    0.9k ວິຊາການ ຜູ້ຄົນ

    ການປ່ອຍເງິນກູ້

    60K ລາຍການ ສໍາລັບ 10K ລູກຄ້າ