ຂາຍດິນ ແລະ ເຮືອນ
ສາຂາ | ໜ່ວຍບໍລິການ
ດາວໂຫລດແບບຟອມ
ສະໝັກວຽກ
ກ່ຽວກັບພວກເຮົາ
ຕິດຕໍ່ພວກເຮົາ
ຄຳຖາມທີ່ພົບເລື້ອຍໆ
ຄົ້ນຫາ
ລາວ
ອັງກິດ
ຜະລິດຕະພັນ
ບັນຊີເງິນຝາກ
ບັນຊີເງິນຝາກປະຢັດ
ບັນຊີເງິນຝາກປະຈຳ
ບັນຊີເງິນຝາກກະແສລາຍວັນ
ສິນເຊື່ອ
ສິນເຊື່ອສ່ວນບຸກຄົນ
ສິນເຊື່ອນິຕິບຸກຄົນ
ສິນເຊື່ອບ້ານ ແລະ ທີ່ດິນ
ເອັສທີເມືອງໄທ ປະກັນໄພ
ປະກັນໄພຊີວິດ
ປະກັນໄພທົ່ວໄປ
ໂປຣໂມຊັ້ນ | ກິດຈະກຳ
ໂປຣໂມຊັ້ນ
ກິດຈະກຳ
ແຈ້ງການ | ຂ່າວສານ
ຂ່າວສານ
ແຈ້ງການ
ບໍລິການ
ບໍລິການໂອນເງິນ
ໂອນເງິນພາຍໃນປະເທດ
ໂອນເງິນໄປຕ່າງປະເທດ
ບໍລິການອີເລັກໂທຣນິກ
ບັດເອທີເອັມ
SMS ແຈ້ງເຕືອນ
ເອັສທີ ຮັບ
ST Easy Banking
ຄິວອາຮ້ານຄ້າ
ຂໍ້ມູນພາຍໃນ ທອທ
ອັດຕາ ແລະ ຄ່າທຳນຽມ
ລາຍງານການເງິນ
ຂໍ້ມູນຕ້ານການຟອກເງິນ
ຄະນະບໍລິຫານ ທອທ
ໂຄງຮ່າງການຈັດຕັ້ງ ທອທ
ປະຕິທິນ ທອທ 2025
ST Easy Banking
ສິນເຊື່ອບ້ານ ແລະ ທີ່ດິນ
ໜ້າຫຼັກ
ສິນເຊື່ອ
ສິນເຊື່ອບ້ານ ແລະ ທີ່ດິນ
ສິນເຊື່ອ
ສິນເຊື່ອສ່ວນບຸກຄົນ
ສິນເຊື່ອນິຕິບຸກຄົນ
ສິນເຊື່ອບ້ານ ແລະ ທີ່ດິນ
ຂໍ້ມູນກ່ຽວກັບ
ສິນເຊື່ອບ້ານ ແລະ ທີ່ດິນ
1. ວັດຖຸປະສົງຂອງການສະໜອງເງິນກູ້:
ລາຍລະອຽດມີດັ່ງນີ້:
ເພື່ອຊື້ທີ່ດິນພ້ອມອາຄານ (ເຮືອນ, ທີ່ຢູ່ອາໄສ).
ເພື່ອປຸກສ້າງເຮືອນໃນທີ່ດິນ ເຊິ່ງເປັນຂອງຜູ້ກູ້ ຫຼື ຄູ່ສົມລົດ.
ເພື່ອໄຖ່ຖອນການຈຳນອງທີ່ດິນພ້ອມເຮືອນຂອງຜູ້ກູ້ ຫຼື ຄູ່ສົມລົດຈາກສະຖາບັນການເງິນອື່ນ ເພື່ອໃຊ້ໃນການ ຢູ່ອາໄສເທົ່ານັ້ນ.
ສ້ອມແປງເຮືອນ, ຕໍ່ເຕີມເຮືອນ, ທີ່ຢູ່ອາໄສຂອງຕົນເອງ ແລະ ຍາດສາຍຕັ້ງເທົ່ານັ້ນ (ໃນກໍລະນີອາໄສຢູ່ນໍາພໍ່ແມ່, ລູກ, ອ້າຍ, ເອື້ອຍ, ນ້ອງ ແຕ່ຕ້ອງໃຫ້ໝັ້ນໃຈວ່າອາໄສຢູ່ນໍາກັນ ແລະ ຕ້ອງໄດ້ກູ້ຮ່ວມນໍາກັນ.
2. ວັດຖຸປະສົງຂອງການສະໜອງເງິນກູ້:
ລາຍລະອຽດມີດັ່ງນີ້:
1. ສະກຸນເງິນທີ່ໃຫ້ກູ້ຢືມ:
ສິນເຊື່ອເພື່ອທີ່ຢູ່ອາໄສໃຫ້ກູ້ຢືມເປັນສະກຸນເງິນກີບ ຫຼື ຂື້ນຂຶ້ນກັບການພິຈາລະນາຕົວຈິງຂອງຄະນະກໍາມະການສະພາສິນເຊື່ອ ທະນາຄານ ເອັສທີ ຈຳກັດ ກໍລະນີທີ່ເປັນສະກຸນເງິນຕາຕ່າງປະເທດ.
2. ໄລຍະເວລາໃນການກູ້ຢືມ:
ໄລຍະເວລາໃນການກູ້ຢືມຕໍ່າສຸດແມ່ນ 01 ປີ ແລະ ສູງສຸດບໍ່ເກີນ 25 ປີ.
ໄລຍະເວລາໃນການກູ້ຢືມບໍ່ເກີນ 05 ປີ ໃນກໍລະນີຕໍ່ເຕີມເຮືອນ ຫຼື ສ້ອມແປງເຮືອນ.
ໄລຍະເວລາໃນການກູ້ຢືມ 1-25 ປີ ໃນກໍລະນີຊື້ຫ້ອງແຖວ (Shop House), ກໍ່ສ້າງເຮືອນ ຫຼື ຊື້ທີ່ດິນ ພ້ອມເຮືອນ.
ໝາຍເຫດ: ກໍລະນີຕໍ່ເຕີມບ້ານ ຫຼື ສ້ອມແປງບ້ານແມ່ນລູກຄ້າຕ້ອງຊື້ປະກັນອັກຄີໄພ ແລະ ຖ້າກໍລະນີກູ້ຢືມເພື່ອຊື້ເຮືອນ ຫຼື ກໍ່ສ້າງເຮືອນໃນໄລຍະເວລາ 15 – 25 ປີ ແມ່ນລູກຄ້າຕ້ອງຊື້ປະກັນຊີວິດ (Credit Life) ພ້ອມດ້ວຍປະກັນອັກຄີໄພ ໂດຍໃສ່ຊື່ຜູ້ຮັບຜົນປະໂຫຍດແມ່ນທະນາຄານ.
3. ອັດຕາດອກເບ້ຍ:
ອັດຕາດອກເບ້ຍແມ່ນອີງຕາມຂໍ້ຕົກລົງຂອງຄະນະອໍານວຍການ ທະນາຄານ ເອັສທີ ຈຳກັດ ໃນແຕ່ລະໄລຍະ.
4. ວົງເງິນອະນຸມັດ:
ວົງເງິນອະນຸມັດ ຕ່ຳສຸດ 100,000,000 ກີບ (ໜຶ່ງຮ້ອຍລ້ານກີບຖ້ວນ) ແລະ ສູງສຸດບໍ່ເກີນ 1,300,000,000 ກີບ (ໜຶ່ງຕື້ສາມຮ້ອຍລ້ານກີບຖ້ວນ ຫຼື ທຽບເທົ່າ).
ໃນກໍລະນີສ້ອມແປງເຮືອນ, ຕໍ່ເຕີມເຮືອນ ວົງເງິນຕ່ຳສຸດ 60,000,000 ກີບ ແລະ ບໍ່ເກີນ 150,000,000 ກີບ.
ໃນກໍລະນີຊື້ທີ່ດິນພ້ອມເຮືອນ ຫຼື ປຸກສ້າງເຮືອນແມ່ນຈະໄດ້ 70% ຂອງມູນຄ່າທັງໝົດ.
ອີງໃສ່ຄວາມສາມາດໃນການຊຳລະໜີ້ (DSR) ແມ່ນບໍ່ໃຫ້ເກີນ 65% ຂອງລາຍຮັບທັງໝົດ.
ອີງຕາມການພິຈາລະນາເຫັນດີຂອງຄະນະກໍາມະການສະພາສິນເຊື່ອ.
5. ການຖອນເງິນກູ້ຢືມ:
ລູກຄ້າສາມາດຖອນເງິນກູ້ທັງໝົດໄດ້ຄັ້ງດຽວໃນກໍລະນີຊື້ທີ່ດິນພ້ອມບ້ານທີ່ສ້າງສໍາເລັດແລ້ວ 100%.
ໃນກໍລະນີແບ່ງຖອນຫຼາຍຄັ້ງແມ່ນອີງຕາມງວດການຊໍາລະ ແລະ ແຜນການປຸກສ້າງຕາມແຕ່ລະໄລຍະ.
ໃຫ້ປະກອບເອກະສານການນຳໃຊ້ເງິນກູ້ໃນການເບີກຖອນເງິນໃນກໍລະນີກໍ່ສ້າງບ້ານ ຫຼື ຕໍ່ເຕີມບ້ານ.
ທຸກການເບີກຖອນເງິນແມ່ນຕ້ອງປະກອບເອກະສານເຊັ່ນ: ແຜນການນໍາໃຊ້ເງິນກູ້, ໃບສະເໜີລາຄາ, ໃບຮຽກເກັບ ຫຼື ອື່ນໆ.
6. ເງື່ອນໄຂໃນການຊຳລະ:
ອີງຕາມການສະເໜີ ແລະ ການອະນຸມັດຂອງຄະນະກຳມະການສະພາສິນເຊື່ອ ແລະ ປະທານສະພາບໍລິຫານເທົ່ານັ້ນ
ການຊຳລະເງິນກູ້ຄືນໃຫ້ທະນາຄານແມ່ນອີງຕາມສະກຸນເງິນທີ່ກູ້ຢືມໃນເບື້ອງຕົ້ນ ໂດຍຕ້ອງຊຳລະທັງຕົ້ນທຶນ ແລະ ດອກເບ້ຍພ້ອມກັນທຸກໆເດືອນ ຫຼື ເງື່ອນໄຂອື່ນໆຕາມການຕົກລົງເຫັນດີຈາກຄະນະກຳມະການສະພາສິນເຊື່ອ.
3. ວັດຖຸປະສົງຂອງການສະໜອງເງິນກູ້:
ລາຍລະອຽດມີດັ່ງນີ້:
ລູກຄ້າຕ້ອງໃຊ້ເງິນກູ້ສໍາລັບທີ່ດິນພ້ອມສິິ່ງປຸກສ້າງ ຫຼື ມີທີ່ດິນເປັນຂອງຕົນເອງແລ້ວຕ້ອງການປຸກສ້າງໃສ່ ຫຼື ເພື່ອສ້ອມແປງທີ່ຢູ່ເທົ່ານັ້ນ.
ຕະຫລອດໄລຍະເວລາໃນການປະຕິບັດສັນຍາກູ້ຢືມ ທີ່ດິນ ຫຼື ຫຼັກຊັບແມ່ນຍັງເປັນກຳມະສິດຂອງ ທະນາຄານ ເອັສທີ ຈຳກັດ ຈົນກວ່າລູກຄ້າຈະປະຕິບັດພັນທະ, ຂໍ້ກຳນົດ ຫຼື ເງື່ອນໄຂທີ່ໄດ້ກຳນົດໄວ້ໃນສັນຍາການກູ້ຢືມສຳເລັດລົງ.
ຕະຫລອດໄລຍະເວລາໃນການປະຕິບັດສັນຍາກູ້ຢືມລູກຄ້າບໍ່ມີສິດຂາຍ, ມອບໂອນ ຫຼື ແລກປ່ຽນຊັບສິນ ທີ່ຍັງເປັນ ຫຼັກຊັບຄ້ຳປະກັນກັບ ທອທ ໃຫ້ຄົນອື່ນຈົນກວ່າລູກຄ້າຈະປະຕິບັດພັນທະ, ຂໍ້ກຳນົດ ຫຼື ເງື່ອນໄຂທີ່ໄດ້ກຳນົດໄວ້ໃນສັນຍາການກູ້ຢືມສຳເລັດລົງ, ຍົກເວັ້ນການສະເໜີຂອງລູກຄ້າໄດ້ຮັບການເຫັນດີອະນຸມັດຈາກຄະນະກຳມະການສະພາສິນເຊື່ອແລ້ວ.
ໃນກໍລະນີທີ່ລູກຄ້ານຳໃຊ້ເງິນກູ້ຢືມບໍ່ຖືກຕ້ອງຕາມຈຸດປະສົງ ຫຼື ເປົ້າໝາຍຕາມທີ່ທະນາຄານໄດ້ກຳນົດໄວ້ ໃນສັນຍາກູ້ຢືມເງິນ, ທອທ ຈະຮຽກເກັບຄືນ ເງິນກູ້ທັງໝົດທີ່ຖອນໄປແລ້ວນັ້ນ (ທັງຕົ້ນທຶນ ແລະ ດອກເບ້ຍ, ພ້ອມທັງຄ່າປັບໄໝການລະເມີດສັນຍາ) ທີ່ໄດ້ຮັບການອະນຸມັດຈາກທະນາຄານ, ລູກຄ້າຕ້ອງນຳເງິນທີ່ຖອນໄປແລ້ວນັ້ນມາຊຳລະຄຶນທັງຕົ້ນທຶນ ແລະ ດອກເບ້ຍ.
ລູກຄ້າຕ້ອງຊື້ປະກັນໄພທີ່ກ່ຽວຂ້ອງຕາມການກຳນົດຂອງທະນາຄານ ເພື່ອຄຸ້ມຄອງຄວາມສ່ຽງຕ່າງໆທີ່ອາດຈະເກີດ ຂຶ້ນໄດ້ໃນອະນາຄົດ, ລວມທັງມອບໃຫ້ ທອທ ເປັນຜູ້ໄດ້ຮັບຜົນປະໂຫຍດຈາກການປະກັນໄພນັ້ນເຊັ່ນ: ປະກັນອັກຄີ ໄພ, ປະກັນຊີວິດ (ອີງຕາມຂໍ້ກຳນົດສະເພາະສຳລັບເງິນກູ້ທີ່ຢູ່ອາໄສ).
ກໍລະນີລູກຄ້າເປັນພະນັກງານຂອງ ທະນາຄານ ເອັສທີ ຈຳກັດ ແລະ ພາຍໃນເຄືອ ຂອງບໍລິສັດ ເອັສທີ ກຣຸບ ທີ່ຍັງມີບ້ວງກູ້ຢືມເງິນຢູ່ ແມ່ນຕ້ອງໄດ້ປິດບັນຊີເງິນກູ້ບ້ວງເກົ່າເສຍກ່ອນຈຶ່ງສາມາດກູ້ຢືມໄດ້ ແລະ ຂໍ້ກຳນົດ ຫຼື ນະໂຍ ບາຍອື່ນໆ ຂອງພະນັກງານ ແມ່ນໃຫ້ປະຕິບັດຕາມລະບຽບພາຍໃນສະເພາະຂອງ ທະນາຄານ ເອັສທີ ຈຳກັດ ກຳນົດໄວ້.
4. ວັດຖຸປະສົງຂອງການສະໜອງເງິນກູ້:
ລາຍລະອຽດມີດັ່ງນີ້:
ມີອາຊີບ ແລະ ລາຍຮັບແນ່ນອນທີ່ສາມາດພິສູດໄດ້.
ຜະລິດຕະພັນນີ້ແມ່ນຜູ້ທີ່ຖືສັນຊາດລາວ ທີ່ມີພູມລຳເນົາທີ່ແນ່ນອນໃນຂອບເຂດ ສປປ ລາວ.
ມີອາຍຸ 20 ປີ ຂຶ້ນໄປ ແລະ ມີຄວາມຮັບຜິດຊອບຕໍ່ກົດໝາຍຢ່າງເຕັມສ່ວນ.
ໃນກໍລະນີເປັນພະນັກງານ (ເອກະຊົນ, ລັດວິສາຫະກິດ) ຫຼື ລັດຖະກອນ ຕ້ອງເປັນພະນັກງານສົມບູນຢ່າງໜ້ອຍ 2 ປີ ຂຶ້ນໄປ ແລະ ມີລາຍຮັບລວມຂັ້ນຕ່ຳສຸດ 4,000,000 ກີບ (ສີ່ລ້ານກີບຖ້ວນ).
ໃນກໍລະນີເປັນເຈົ້າຂອງທຸລະກິດ ຕ້ອງມີການດຳເນີນງານມາແລ້ວຢ່າງໜ້ອຍ 3 ປີຂຶ້ນໄປ.
ໄລຍະເວລາການຜ່ອນຊຳລະເມື່ອລວມກັບອາຍຸແລ້ວຕ້ອງບໍ່ເກີນ 6 ປີ.
ໃນກໍລະນີມີຜູ້ກູ້ຮ່ວມຫຼາຍຄົນ ຈະນັບຈາກອາຍຸຂອງຜູ້ກູ້ທີ່ມີອາຍຸນ້ອຍທີ່ສຸດ ແລະ/ຫຼື ເປັນຜູ້ທີ່ມີຄວາມສາມາດໃນການຊຳລະຄືນເປັນຫຼັກ.
ຜູ້ກູ້ຮ່ວມຕ້ອງມີຄວາມສາມາດໃນການຈ່າຍເງິນກູ້ຮ່ວມກັບຜູ້ກູ້ຫຼັກ ແລະ ບໍ່ສາມາດໃຫ້ຄົນຕ່າງປະເທດກູ້ຮ່ວມນຳໄດ້.
ຕ້ອງມີບຸກຄົນຄ້ຳປະກັນທີ່ແນ່ນອນ ແລະ ຮັບປະກັນການໃຊ້ແທນໜີ້ສິນໄດ້.
ມີການປະພຶດທີ່ດີ, ເປັນພົນລະເມືອງດີ, ມີຄວາມຊື່ສັດ, ຈິງໃຈ ແລະ ມີຄວາມຮັບຜິດຊອບສູງ.
ເປັນບຸກຄົນທີ່ມີຄວາມມຸ້ງໝັ້ນ ແລະ ມີຄວາມຕ້ອງການສ້າງສາພັດທະນາເສດຖະກິດຄອບຄົວ, ຊິວິດການເປັນຢູ່ ແລະ ການດຳເນີນທຸລະກິດໃຫ້ດີຂຶ້ນ.
ບໍ່ເປັນລູກຄ້າໜີ້ເສຍ ຫຼື ປັບປຸງໂຄງສ້າງ ຈາກສະຖາບັນການເງິນອື່ນໆ ໃນໄລຍະ 2 ປີຄືນຫຼັງ.
ກໍລະນີທີ່ເປັນພະນັກງານຂອງ ທະນາຄານ ເອັສທີ ຈຳກັດ ແລະ ພາຍໃນເຄືອຂອງ ບໍລິສັດ ເອັສທີ ກຣຸບ ຕ້ອງເປັນພະນັກງານທີ່ມີປະຫວັດການເຮັດວຽກດີ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີຄວາມສັດຊື່ບໍລິສຸດ, ມີການພັດທະນາຕົນເອງດີ ແລະ ຕ້ອງເປັນພະນັກງານສົມບູນ 02 ປີ ຂຶ້ນໄປ (ບໍ່ລວມໄລຍະເວລາທົດລອງງານ), ບໍ່ຖືກ ປະຕິບັດວິໄນຮ້າຍແຮງ; (ໝາຍເຫດ: DSR <= 65%).
ບໍ່ມີພາລະໜີ້ສິນນອກລະບົບ.
ບໍ່ຖືກສານຕັດສິນລົງໂທດໃນທຸກກໍລະນີ ຫຼື ຖືກຕ້ອງໂທດ-ຄາດໂທດ, ໃນໄລຍະສະເໜີກູ້ກັບ ທອທ.
ລູກຄ້າທີ່ບໍ່ສາມາດກູ້ໄດ້ແມ່ນລູກຄ້າທີ່ມີທຸລະກິດຕ້ອງຫ້າມ 16 ທຸລະກິດ.
5. ຫຼັກຊັບຄ້ຳປະກັນ:
ລາຍລະອຽດມີດັ່ງນີ້:
ໃບຕາດິນ:ອັດຕາສ່ວນເງິນກູ້ຕໍ່ມູນຄ່າການປະເມີນຫຼັກຊັບຄ້ຳປະກັນ (LTV) 65%.
ບັນຊີເງິນຝາກ (ທອທ): ອັດຕາສ່ວນເງິນກູ້ຕໍ່ມູນຄ່າຫຼັກຊັບຄ້ຳປະກັນ (LTV) 90%.
ຫຼັກຊັບທີ່ຊື້ ຫຼື ສ້ອມແປງ-ຕໍ່ເຕີມ ຕາມການສະເໜີກູ້ຢືມກັບ ທອທ ຫຼື ຫຼັກຊັບອື່ນໆຕາມຄວາມເໝາະສົມ ແລະ ຕ້ອງມີບຸກຄົນຄ້ຳປະກັນທີ່ໜ້າເຊື່ອຖືໃນວົງສັງຄົມ.
6. ເອກະສານທີ່ປະກອບໃນການສະເໜີຂໍກູ້ຢືມສິນເຊື່ອເພື່ອ:
ລາຍລະອຽດມີດັ່ງນີ້:
ໃບສະເໜີຂໍກູ້ຢືມເງິນ (ຕາມສຳນັກງານໃຫຍ່, ສາຂາ ແລະ ໜ່ວຍບໍລິການຂອງ ທອທ).
ເອກະສານຂໍ້ມູນສ່ວນຕົວຂອງຜູ້ກູ້ຢືມ:
ໃບຢັ້ງຢືນພະນັກງານ ແລະ ໃບຢັ້ງຢືນເງິນເດືອນ (ລະບຸຕຳແໜ່ງງານຊັດເຈນ).
ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ Passport (ສະບັບສຳເນົາ).
ໃບຢັ້ງຢືນທີ່ຢູ່ ພ້ອມຮູບຖ່າຍຕິດໃສ່ (ບໍ່ເກີີນ 3 ເດືອນ)
ໃບທະບຽນການແຕ່ງງານ/ໃບຢ່າຮ້າງ/ໃບຢັ້ງຢືນຊື່ຈາກບ້ານ (ໃນກໍລະນີທີ່ຊື່ໃນບັດປະຈໍາຕົວ, ໜັງສືຜ່ານແດນ ຫຼື ສໍາມະໂນຄົວບໍ່ຕົງກັນ).
ເອກະສານສະຫຼຸບລາຍຮັບ-ລາຍຈ່າຍ.
ແຜນການນຳໃຊ້ເງິນກູ້, ໃບອະນຸຍາດປຸກສ້າງ ແລະ ແບບແຜນການກໍ່ສ້າງ (ຖ້າມີ).
ເອກະສານກວດສອບ CIB.
ເອກະສານຂໍ້ມູນເພີ່ມເຕີມສຳລັບຜູ້ກູ້ຢືມທີ່ມີທຸລະກິດສ່ວນຕົວ:
ໃບທະບຽນວິສາຫະກິດ (ສະບັບສຳເນົາ).
ໃບທະບຽນອາກອນ ທີ່ຍັງບໍ່ໝົດອາຍຸ (ສະບັບສຳເນົາ) ແລະ ໃບຕິດຕາມການເສຍອາກອນ ໄລຍະ 2 ປີຄືນຫຼັງ.
ໃບອະນຸຍາດດຳເນີນທຸລະກິດ(ສະບັບສຳເນົາ).
ໃບຢັ້ງຢືນຖານະການເງິນ 24 ເດືອນ ຄືນຫລັງ (Account Statement).
ເອກະສານກ່ຽວກັບຫຼັກຊັບຄ້ຳປະກັນ:
ໃບຕາດິນ/ທີ່ດິນພ້ອມສິ່ງປຸກສ້າງ (ສະບັບສຳເນົາ).
ໃບຢັ້ງຢືນການຊື້-ຂາຍກຳມະສິດທີ່ດິນ.
ໃບອະນຸຍາດການປຸກສ້າງ ແລະ ແບບແຜນກໍ່ສ້າງ (ຖ້າມີ).
ແຜນທີ່ຕັ້ງຫຼັກຊັບທີ່ນຳມາຄ້ຳປະກັນໂດຍສັງເຂບ.
ຮູບຖ່າຍຕອນດິນ, ສິ່ງປຸກສ້າງ, ຂອບເຂດທີ່ຕ້ອງການສ້າງສິ່ງປຸກສ້າງຂຶ້ນໃໝ່ ຫຼື ຕໍ່ເຕີມ.
ເອກະສານອື່ນໆຕາມຄວາມຮຽກຮ້ອງຕ້ອງການຂອງທະນາຄານ.
ຂໍປະກັນເຮັດສິ່ງປຸກສ້າງ ກັບທາງ ທະນາຄານ ເອັສທີ ຈຳກັດ ຫຼື ປະກັນຊີວິດ.
info@stbanklaos.la
(856-21)241 560-62
search here