ຂໍ້ມູນກ່ຽວກັບ

ໂອນເງິນພາຍໃນປະເທດ

  • ຄຸນລັກສະນະ:

    ລາຍລະອຽດມີດັ່ງນີ້:

    • ທ່ານສາມາດໂອນເງິນສົດ ຫຼື ໂອນເງິນຈາກບັນຊີເງິນຝາກປະຢັດ ແລະ ກະແສລາຍວັນຈາກສາຂາໄປຫາສາຂາ ຫຼື ໜ່ວຍບໍລິການອື່ນໆຂອງ ທອທ ໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພໂດຍການໂອນຜ່ານໜ້າ Counter ບໍລິການ.
  • ຜົນປະໂຫຍດທີ່ໄດ້ຮັບ:

    ລາຍລະອຽດມີດັ່ງນີ້:

    • ທ່ານທີ່ມີບັນຊີ ຫຼື ບໍ່ມີບັນຊີກັບ ທອທ ສາມາດໂອນ ແລະ ຮັບເງິນໂອນໄດ້ທຸກສາຂາຂອງ ທອທ ໄດ້ຢ່າງສະດວກ ແລະ ປະຢັດເວລາ.
    • ຂັ້ນຕອນການໂອນງ່າຍ ແລະ ສະດວກ.
    • ທ່ານສາມາດໂອນເງິນຜ່ານໜ່ວຍບໍລິການ ແລະ ສາຂາທີ່ຢູ່ໃກ້ທ່ານ, ສຳນັກງານໃຫ່ຍ ແລະ ສາຂາ ເປິດໃຫ້ບໍລິການແຕ່ວັນຈັນ ຫາ ວັນສຸກ, ສ່ວນໜ່ວຍບໍລິການແມ່ນແຕ່ວັນຈັນ ຫາ ວັນອາທິດ.
    • ທ່ານສາມາດໂອນດ້ວຍເງິນສົດ ຫຼື ຫັກຈາກບັນຊີຂອງທ່ານ.
    • ສາມາດໂອນໄດ້ຕາມວົງເງິນທີ່ກຳນົດ ຖ້າວົງເງິນເກີນທ່ານສາມາດແຍກໂອນເປັນຍອດຍ່ອຍໄດ້.
    • ຜູ້ຮັບປາຍທາງໄດ້ຮັບເງິນຢ່າງວ່ອງໄວ.
  • ປະເພດສະກຸນເງິນ:

    ລາຍລະອຽດມີດັ່ງນີ້:

    • ທ່ານສາມາດໂອນເປັນ ສະກຸນເງິນກີບ ກຳນົດວົງເງິນໂອນສູງສຸດບໍ່ເກີນ 50,000,000 ກີບ/ລາຍການ.
    • ທ່ານສາມາດໂອນເປັນ ສະກຸນເງິນບາດ ກຳນົດວົງເງິນໂອນສູງສຸດບໍ່ເກີນ 200,000 ບາດ/ລາຍການ.
    • ທ່ານສາມາດໂອນເປັນ ສະກຸນເງິນໂດລາ ກຳນົດວົງເງິນໂອນສູງສຸດບໍ່ເກີນ 6,000 ໂດລາ/ລາຍການ.
  • ເງື່ອນໄຂການໃຊ້ບໍລິການ:

    ລາຍລະອຽດມີດັ່ງນີ້:

    • ຜູ້ໂອນ: ຕ້ອງມີບັດປະຈຳຕົວ, PASSPORT ຫຼື ສໍາມະໂນຄົວ.
    • ຜູ້ຮັບ: ຕ້ອງມີບັດປະຈຳຕົວ, PASSPORT ຫຼື ສໍາມະໂນຄົວ.
    • ທ່ານສາມາດໃຊ້ບໍລິການພ້ອມກັບລົງນາມຂໍ້ຕົກລົງການໃຊ້ບໍລິການກັບທະນາຄານ.
    • ປະກອບຂໍ້ມູນການໂອນເງິນຕາມຮູບແບບທີ່ທາງທະນາຄານໄດ້ກຳໜົດໃຫ້.
    • ກໍລະນີ ໂອນເງິນຈາກບັນຊີ: ທ່ານຕ້ອງໃຫ້ຂໍ້ມູນລາຍລະອຽດບັນຊີຂອງທ່ານໃນການປະກອບແບບຟອມໂອນເງິນ.
    • ກໍລະນີ ໂອນເງິນສົດ: ທ່ານຕ້ອງໃຫ້ຂໍ້ມູນລາຍລະອຽດຂອງທ່ານໃນຟອມໂອນໃຫ້ກັບພະນັກງານທະນາຄານທີ່ຈະໂອນເງິນໃຫ້ທ່ານ.
    • ທ່ານ ຕ້ອງໃຫ້ຂໍ້ມູນຂອງຜູ້ຮັບໂອນຄົບຖ້ວນ ແລະ ຊັດເຈນໃນຟອມໂອນເງິນເຊັ່ນ: ຊື່ ແລ ະນາມສະກຸນ, ເລກບັດປະຈຳຕົວ, ເລກໂທລະສັບຂອງຜູ້ຮັບ, ທີ່ຢູ່ ແລະ ຂໍ້ມູນສາຂາ ຫຼື ໜ່ວຍບໍລິການທາງຜູ້ຮັບ.
    • ຄ່າທໍານຽມ: LAK 15,000 ກີບ, THB 60 ບາດ, USD 2 ໂດລາ ຕໍ່ລາຍການ.
  • ຂັ້ນຕອນ:

    ລາຍລະອຽດມີດັ່ງນີ້:

    • ກະກຽມເອກະສານຢັ້ງຢືນສະຖານະຂອງທ່ານຕາມຂ້າງເທິງນັ້ນກ່ອນ.
    • ທ່ານສາມາດໂອນດ້ວຍເງິນສົດ ຫຼື ຫັກຈາກບັນຊີຂອງທ່ານ.
    • ທ່ານສາມາດທໍາທຸລະກໍາໄດ້ຕາມປ່ອງບໍລິການຕ່າງໆຂອງທະນາຄານທົ່ວລະບົບ ທອທ.