ການໂອນເງີນໄປຕ່າງປະເທດດ້ວຍລະບົບ SWIFT

ຄຸນລັກສະນະ:

ບໍລິການໂອນເງິນ ໄປຕ່າງປະເທດໂດຍຜ່ານລະບົບSWIFT ເພື່ອຊໍາລະຄ່າສິນຄ້າ, ຄ່າບໍລິການ, ຄ່າການສຶກສາ, ຄ່າປິ່ນປົວ ແລະ ອຶ່ນໆ ເຊິ່ງເປັນທີ່ຍອມຮັບໃນທົ່ວໂລກ, ເປັນການບໍລິການທີ່ສະດວກສະບາຍ, ວ່ອງໄວ ແລະ ໂອນເງີນໄປທົ່ວໂລກຢ່າງປອດໄພ ໂດຍທ່ານສາມາດໃຊ້ບໍລິການໄດ້ທີ່ທຸກໜ່ວຍບໍລິການຂອງ ທອທ ໃນທົ່ວປະເທດ.

ຂັ້ນຕອນການໃຫ້ບໍລິການໂອນເງິນ:

  • ຂຽນລາຍລະອຽດໃນແບບຟອມຂໍໂອນເງິນໄປຕ່າງປະເທດ (Swift Outward Application) ໃຫ້ຄົບຖ້ວນ ແລະ ຖືກຕ້ອງ.
  • ກຽມເອກະສານປະກອບຕາມວັດຖຸປະສົງຂອງການຂໍໂອນເງິນ ແລະ ຕາມລະບຽບຂອງ ທະນາຄານ ແຫ່ງ ສປປ ລາວ.
  • ຍື່ນເອກະສານຂໍໂອນເງີນ ແລະ ເອກະສານປະກອບໄດ້ທົ່ວທຸກສາຂາ ແລະ ໜ່ວຍບໍລິການຂອງ ທອທ.
  • ຮັບຫຼັກຖານການໂອນເງິນ.

ຂັ້ນຕອນການໃຫ້ບໍລິການຮັບເງີນ:

  • ສຳລັບທຸກທ່ານທີ່ມີບັນຊີເງິນຝາກຢູ່ ທອທ ກໍ່ສາມາດຮັບເງິນໂອນໄດ້ແບບງ່າຍໆ ຜ່ານລະບົບ Swift.
  • ລູກຄ້າຕ້ອງມີບັນຊີເງິນຝາກກະແສລາຍວັນ ຫຼື ຝາກປະຢັດນຳ ທອທ ຈຶ່ງສາມາດຮັບເງິນໂອນມາແຕ່ຕ່າງປະເທດໄດ້ໂດຍຜ່ານລະບົບ Swift.
  • ກຽມເອກະສານປະກອບຕາມວັດຖຸປະສົງໃນການໂອນເຂົ້າ ແລະ ຕາມລະບຽບຂອງ ທະນາຄານ ແຫ່ງ ສປປ ລາວ.

ຄ່າທຳນຽມໂອນເງິນ:

  • ຄ່າທຳນຽມການໂອນເງີນ ເຂົ້າ-ອອກ ແມ່ນອີງຕາມທີ່ ທອທ ປະກາດໃຊ້ໃນແຕ່ລະໄລຍະ.

ສອບຖາມຂໍ້ມູນເພີ່ມເຕີມ:

  • ກະລຸນາພົວພັນ ທະນາຄານ ເອັສທີ ຈຳກັດ ສຳນັກງານໃຫຍ່, ສາຂາ ແລະ ໜ່ວຍບໍລິການ ໃນທົ່ວປະເທດ ໂທ: +856 21 241 560-562 ຫຼື ແຟັກ: + 856 21 241 564 ເວັບໄຊ: WWW.STBANKLAOS.LA.
  • ຊອກຫາຈຸດບໍລິການໃກ້ບ້ານທ່ານ.
  • ກວດເບິ່ງຄ່າທຳນຽມການໂອນເງິນໄປທົ່ວໂລກ ທີ່ສົມເຫດສົມຜົນ.
  • ກວດເບິ່ງທາງເລືອກໃນການຮັບເງິນທີ່ມີໃນແຕ່ລະປະເທດ.

ການບໍລິການໂອນເງີນດ່ວນໂດຍຜ່ານລະບົບ Western Union

ຄຸນລັກສະນະ:

ທະນາຄານ ເອັສທີ ຈຳກັດ ໃຫ້ບໍລິການ ໂອນ-ຮັບ ເງີນດ່ວນຜ່ານລະບົບເວັສເຕິນຢູນຽນດ້ວຍການບໍລິການທີ່ສະດວກ, ວ່ອງໄວ ແລະ ເຊື່ອຖືໄດ້ໂດຍທ່ານສາມາດໃຊ້ບໍລິການໄດ້ທີ່ທຸກຈຸດບໍລິການຂອງ ທະນາຄານ ເອັສທີ ຈຳກັດ ທົ່ວປະເທດ.

ເງື່ອນໄຂການໃຫ້ບໍລິການ:

ກໍລະນີໂອນເງິນ:

  • ຜູ້ສົ່ງເງິນຕ້ອງມີບັດປະຈຳຕົວ ຫຼື ໜັງສືເດີນທາງທີ່ຍັງບໍ່ໝົດອາຍຸ.
  • ຊື່ ແລະ ນາມສະກຸນຜູ້ຮັບເງີນ.
  • ລະບຸເມືອງ ແລະ ປະເທດປາຍທາງ.
  • ລະບຸຈຳນວນເງິນທີ່ຕ້ອງການສົ່ງ.

ກໍລະນີມາຮັບເງີນ:

  • ຜູ້ຮັບເງິນຕ້ອງມີບັດປະຈຳຕົວ ຫຼື ໜັງສືເດີນທາງທີ່ຍັງບໍ່ໝົດອາຍຸ.
  • ໂຕເລກກຳກັບການໂອນເງີນ 10 ຕົວເລກ (MTCN).
  • ຊື່ ແລະ ນາມສະກຸນຜູ້ສົ່ງເງີນ ແລະ ປະເທດຕົ້ນທາງ.
  • ຈຳນວນເງີນທີ່ຕ້ອງຮັບ.

ຄ່າທຳນຽມ:

  • ຄ່າທຳນຽມການໂອນເງິນດ່ວນຈາກ ເວັສເຕິນຢູນຽນແມ່ນ ທາງເວັສເຕິນເອງເປັນຜູ້ກຳນົດ ທ່ານສາມາດສອບຖາມຄ່າທຳນຽມໃນການໂອນເງີນອອກຜ່ານເວັສເຕິນຢູນຽນໄດ້ທຸກໆໜ່ວຍບໍລິການຂອງ ທອທ ຫຼື Call Center 1881.

ຂັ້ນຕອນ:

  • ທ່ານສາມາດໂອນເງິນດ້ວຍການຕັດບັນຊີ ຫຼື ເງິນສົດ.
  • ແຈ້ງຈຸດປະສົງຂອງການໂອນເງິນຂອງທ່ານໃຫ້ພະນັກງານບໍລິການຂອງທະນາຄານຮັບຊາບຕາມຈຸດປະສົງໃນການໂອນ.
  • ທ່ານສາມາດເຮັດທຸລະກຳໄດ້ທຸກໆໜ່ວຍບໍລິການ ທອທ ຕາມເວລາເປີດໃຫ້ບໍລິການ.
  • ສາມາດຮັບເງີນໄດ້ພາຍໃນ 5 ນາທີ.