ຂໍ້ມູນກ່ຽວກັບ

ສິນເຊື່ອນິຕິບຸກຄົນ

  • 1. ເປົ້າໝາຍຂອງການໃຫ້ກູ້ຢືມ:

    ລາຍລະອຽດມີດັ່ງນີ້:

    • ເພື່ອຊື້ຍານພາຫະນະ ແລະ ເຄື່ອງໃຊ້ຄົວເຮືອນ.
    • ເພື່ອຊື້ດິນປຸກສ້າງ ແລະ ທີ່ຢູ່ອາໄສ.
    • ເພື່ອປັບປຸງສ້ອມແປງ ຫຼື ຕໍ່ເຕີມທີ່ຢູ່ອາໄສ.
    • ເພື່ອການສຶກສາຕໍ່ ແລະ ບັນຫາອື່ນໆທາງການເງິນໃນຄອບຄົວ.
    • ການຜະລິດ ແລະ ການປູກຝັງລ້ຽງສັດ ເພື່ອເສດຖະກິດຄອບຄົວ.
    • ແລະ ອື່ນໆ ທີ່ຖືກຕ້ອງຕາມກົດໝາຍ.
  • 2. ຜູ້ມີສິດຂໍກູ້ຢືມ:

    ລາຍລະອຽດມີດັ່ງນີ້:

    • ພະນັກງານອົງການຈັດຕັ້ງສາກົນທີ່ຂຶ້ນກັບລັດຖະບານ ຫຼື ບໍ່ຂຶ້ນກັບລັດຖະບານ.
    • ພະນັກງານບໍລິສັດລັດວິສາຫະກິດ.
    • ພະນັກງານບໍລິສັດເອກະຊົນ.
    • ຜູ້ທີ່ມີລາຍໄດ້ປະຈຳແຕ່ລະເດືອນທີ່ສາມາດຢັ້ງຢືນໄດ້.
    • ສາມາດໃຫ້ຄວາມຮ່ວມມືກັບທະນາຄານໄດ້ໃນທຸກກໍລະນີ.
  • 3. ສະກຸນເງິນໃຫ້ກູ້ຢືມ:

    ລາຍລະອຽດມີດັ່ງນີ້:

    • ເງິນກີບ, ບາດ ແລະ ໂດລາ (ພິຈາລະນາຕາມແຫຼ່ງລາຍຮັບ ແລະ ລາຍຈ່າຍຂອງລູກຄ້າ).
  • 4. ວົງເງິນໃຫ້ກູ້ຢືມ:

    ລາຍລະອຽດມີດັ່ງນີ້:

    • ບໍ່ຈຳກັດ ຂື້ນກັບແຫຼ່ງລາຍຮັບ ແລະ ຄວາມສາມາດໃນການຊຳລະໜີ້, ພ້ອມກັບມູນຄ່າຂອງຫຼັກຊັບຄ້ຳປະກັນ.
  • 5. ອັດຕາດອກເບ້ຍຂອງເງິນກູ້:

    ລາຍລະອຽດມີດັ່ງນີ້:

    • ສະກຸນເງິນກີບ: ເລີ່ມຕົ້ນທີ່ 10% ຕໍ່ປີ ຫຼື 0.83% ຕໍ່ເດືອນ.
    • ສະກຸນເງິນບາດ: ເລີ່ມຕົ້ນທີ່ 9% ຕໍ່ປີ ຫຼື 0.75% ຕໍ່ເດືອນ.
    • ສະກຸນເງິນໂດລາ: ເລີ່ມຕົ້ນທີ່ 9% ຕໍ່ປີ ຫຼື 0.75% ຕໍ່ເດືອນ.
  • 6. ກຳນົດເວລາຂອງເງິນກູ້:

    ລາຍລະອຽດມີດັ່ງນີ້:

    • ເລີ່ມແຕ່ 1-5 ປີ (ໄລຍະເວລາຈະສັ້ນ ຫຼື ຍາວ ແມ່ນຂື້ນກັບເປົ້າໝາຍການນຳໃຊ້ເງິນກູ້ ແລະ ແຫຼ່ງລາຍຮັບຊຳລະໜີ້ເປັນຫຼັກ)
  • 7. ການຊຳລະເງິນກູ້:

    ລາຍລະອຽດມີດັ່ງນີ້:

    • ດອກເບ້ຍຊຳລະທຸກໆທ້າຍເດືອນຂອງແຕ່ລະເດືອນ.
    • ຕົ້ນທຶນຊຳລະເປັນລາຍເດືອນ ຫຼື ເປັນງວດຕາມຄວາມສາມາດຊຳລະໜີ້ຕົວຈິງຂອງຜູ້ກູ້.
  • 8. ຫຼັກຊັບຄ້ຳປະກັນ:

    ລາຍລະອຽດມີດັ່ງນີ້:

    • ບັນຊີເງິນຝາກຂອງທະນາຄານ ເອັສທີ.
    • ໃບຕາດິນຖາວອນທີ່ເປັນຂອບທອງ (ທີ່ດິນ ແລະ ທີ່ດິນພ້ອມສິ່ງປຸກສ້າງ).
    • ຫຼັກຊັບຄ້ຳປະກັນອື່ນໆທີ່ຂື້ນກັບການພິຈາລະນາຂອງທະນາຄານ.
  • 9. ເອກະສານປະກອບ:

    ລາຍລະອຽດມີດັ່ງນີ້:

    • ສຳເນົາບັດປະຈຳຕົວ ຫຼື ໜັງສືຜ່ານແດນ.
    • ໃບຢັ້ງຢືນທີ່ຢູ່.
    • ປື້ມສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຮ່ວມ.
    • ສຳເນົາໃບອະນຸຍາດດຳເນີນທຸລະກິດ.
    • ສຳເນົາໃບທະບຽນວິສາຫະກິດ.
    • ສຳເນົາໃບທະບຽນອາກອນ
    • ສຳເນົາໃບຕາດິນຖາວອນທີ່ເປັນຂອບທອງຂອງຕົນເອງ.
    • ເອກະສານອື່ນໆຕາມຄວາມຕ້ອງການຂອງທະນາຄານ.
    • ເອກະສານທາງດ້ານການບໍລິຫານ:

    • ໂຄງຮ່າງການຈັດຕັ້ງຂອງບໍລິສັດ.
    • ລະບຽບພາຍໃນຂອງບໍລິສັດ.
    • ສຳເນົາລາຍຊື່ຜູ້ຖືຮຸ້ນ ແລະ ມະຕິຂອງກອງປະຊຸມຜູ້ຖືຮຸ້ນທີ່ຕົກລົງໃຫ້ຂໍກູ້ຢືມກັບທະນາຄານ.
    • ເອກະສານດ້ານການເງິນ:

    • ໃບສະຫຼຸບຊັບສົມບັດ
    • ໃບສະຫຼຸບກຳໄລຂາດທຶນ
    • ການເຄື່ອນໄຫວບັນຊີເງິນຝາກນຳທະນາຄານຍ້ອນຫຼັງ 3 ປີ
    • ເອກະສານດ້ານທຸລະກິດ:

    • ສຳເນົາສັນຍາ ແລະຂໍ້ຕົກລົງຕ່າງໆ (ສັນຍາຊື້ຂາຍ, ສັນຍາຮັບເໝົາກໍ່ສ້າງ ແລະອື່ນໆ).
    • ສຳເນົາເອກະສານທີ່ພົວພັນໃນທຸລະກິດ(ໃບກວດວຽກ, ໃບສັ່ງຊື້, ໃບສັ່ງຈ່າຍ ແລະອື່ນໆ).
  • 10. ຄ່າທຳນຽມອະນຸມັດເງິນກູ້ ແລະ ເງື່ອນໄຂກ່ອນການອະນຸມັດ:

    ລາຍລະອຽດມີດັ່ງນີ້:

    • ຄ່າທຳນຽມໃນການອະນຸມັດເງິນກູ້ຢືມ: ( ເງິນກີບ, ເງິນບາດ ແລະ ເງິນໂດລາ 2% ຂອງວົງເງິນກູ້).
    • ຄ່າກວດປະຫວັດຂອງຜູ້ກູ້ຢືມ CIB ( ຜົວຫຼືເມຍ ) ແລະໃບທະບຽນວິສາຫະກິດເກັບລາຍລະ 50,000 ກີບ.
    • ເກັບຄ່າລົງປະເມີນດິນ 1 ຕອນ = 100,000 ກີບ ( ສຳລັບຢູ່ນະຄອນຫຼວງແລະແຂວງທີ່ມີສາຂາທ/ຄເອັສທີຈຳກັດ).
    • ເກັບຄ່າລົງປະເມີນດິນ 1 ຕອນ = 200,000 ກີບ ( ສຳລັບແຂວງທີ່ບໍ່ມີສາຂາທ/ຄເອັສທີຈຳກັດ ).
    • ກໍລະນີດິນຫຼາຍກວ່າ 2 ເຮັກຕ້າແມ່ນເກັບຄ່າທຳນຽມຊ່ອງກ້ອງ 100,000 ກີບຕໍ່ຄົນ/ມື້.
    • ກໍລະນີດິນຫຼາຍກວ່າ 10 ເຮັກຕ້າແມ່ນເກັບຄ່າທຳນຽມລົງປະເມີນ 500,000 ກີບຕໍ່ຕອນ.
    • ລູກຄ້າຕ້ອງເປີດບັນຊີເງິນຝາກກັບທ/ຄ 3,000,000 ກີບ, ພ້ອມກັບການດຳເນີນເອກະສານຕ່າງໆ.
    • ກໍລະນີທີ່ 1 ເມື່ອອະນຸມັດເງິນກູ້ແລ້ວແຕ່ລູກຄ້າບໍ່ເອົາແມ່ນຕ້ອງເສຍຄ່າທຳນຽມໃຫ້ທະນາຄານ 0.1% ຂອງວົງເງິນກູ້. ( ຢ່າງຕໍ່າ 100,000 ກີບ, ສູງສຸດບໍ່ເກີນ 1,000,000 ກີບ ).
    • ກໍລະນີທີ່ 2 ອະນຸມັດແລ້ວແລະຮ່າງສັນຍາແລ້ວລູກຄ້າບໍ່ເອົາແມ່ນຕ້ອງເສຍຄ່າທຳນຽມໃຫ້ທະນາຄານ 0.2% ຂອງວົງເງິນ ( ຢ່າງຕໍ່າ 200,000 ກີບ, ສູງສຸດບໍ່ເກີນ 2,000,000 ກີບ).
  • 11. ໄລຍະເວລາໃນການອະນຸມັດ:

    ລາຍລະອຽດມີດັ່ງນີ້:

    • ທ່ານຈະໄດ້ຮັບຄຳຕອບພາຍໃນ 7 ວັນ (ຂອງວັນເຂົ້າວຽກ).
    • ພາຍຫຼັງທີ່ທ່ານໄດ້ສະໜອງຂໍ້ມູນ ແລະ ປະກອບເອກະສານໃຫ້ທະນາຄານຄົບຖ້ວນແລ້ວ.
  • 12. ຄ່າທຳນຽມບໍລິການຫຼັງຈາກໄດ້ຮັບອະນຸມັດເງິນກູ້:

    ລາຍລະອຽດມີດັ່ງນີ້:

    • 2% ຂອງວົງເງິນທີ່ອະນຸມັດທັງໝົດ ທຸກສະກຸນເງິນກູ້ຢືມ (ເກັບພຽງຄັ້ງດຽວ).