ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
ໃນທ້າຍປີ 2022 ທີ່ຜ່ານມາ, ທະນາຄານ ເອັສທີ ຈຳກັດ (ທອທ) ໄດ້ຈັດຝຶກອົບຮົມວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ປະຈໍາປີ 2022 ໃຫ້ແກ່ພະນັກງານສໍານັກງານໃຫຍ່ ແລະ ສາຂາ ທອທ ທົ່ວປະເທດ, ປະກອບມີບັນດາຜູ້ຈັດການສາຂາ, ຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ ແລະ ພະນັກງານບໍລິການລູກຄ້າທັງໝົດເຂົ້າຮ່ວມ. ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ດາສະຫວັນ ໄຊສຸລິວົງ ຜູ້ຊ່ວຍ-ຜູ້ອຳນວຍການໃຫຍ່ ແລະ ບັນຍາຍໂດຍ ຄະນະໜ່ວຍງານຕ້ານການຟອກເງິນ ປະຈຳ ທອທ. ການຈັດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອເຜີຍແພ່ລະບຽບການ ແລະ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນຂອງ ທອທ ເອງ, ບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານ AML/CFT, ເພື່ອເພີ້ມທະວີຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດວຽກງານ, ເອົາໃຈໃສ່ໃນການຊອກຮູ້ລູກຄ້າ, ການລາຍງານທຸລະກຳທີ່ໜ້າສົງໃສ ແລະ ເພື່ອໃຫ້ພະນັກງານທຸກຂັ້້ນມີຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນຫຼາຍທີສຸດ.