ທ່ານສາມາດກໍາຈັດຄວາມສ່ຽງຕ່າງໆທີ່ກ່ຽວກັບການທີ່ຕ້ອງຮັກສາເງິນສົດຈໍານວນຫຼວງຫຼາຍ ແລະ ຄວາມຍາກທີ່ໃຊ້ຈ່າຍຕ່າງໆ.
ບັນຊີທີ່ຈະຊ່ວຍໃຫ້ທ່ານຄຸ້ມຄອງການຈ່າຍເງິນຈໍານວນຫຼາຍໄດ້ດີຂື້ນ ແລະ ບໍ່ມີຄວາມສ່ຽງໃນການຖອນເງິນສົດເປັນຈຳນວນຫລາຍ ມີທັງ ແບບມີດອກເບ້ຍ ແລະ ບໍ່ມີດອກເບ້ຍເຊີ່ງທ່ານສາມາດເລືອກອິງຕາມເງື່ອນໄຂ ເປັນວິທີທີ່ງ່າຍດາຍໃນການຄຸ້ມຄອງບັນຊີ ບໍ່ພຽງແຕ່ຮັກສາເງິນຂອງທ່ານເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ທ່ານສາມາດດໍາເນີນການຈ່າຍເງິນຈໍານວນຫຼາຍພາຍໃນປະເທດໂດຍບໍ່ຕ້ອງໃຊ້ເງິນສົດອີກດ້ວຍ ທ່ານບໍ່ຕ້ອງກັງວົນກັບການທີ່ຈະຖືເງິນສົດຕິດຕົວໄປທົ່ວທຸກແຫ່ງອີກຕໍ່ໄປ ພຽງແຕ່ທ່ານເປີດບັນຊີກັບທະນາຄານ ເອັສທີ ຈຳກັດ ກໍ່ຈະໝົດບັນຫາເຊິ່ງມີທັງແບບສໍາລັບລູກຄ້າບຸກຄົນທົ່ວໄປ (ຊາວຄ້າຂາຍ), ລູກຄ້າສິນເຊື່ອ ແລະ ລູກຄ້າທີ່ເປັນທຸລະກິດ ພ້ອມທັງສາມາດເບີກຈ່າຍເງິນເດືອນໃຫ້ກັບພະນັກງານພາຍໃນບໍລິສັດຂອງທ່ານໄດ້, ບັນຊີກະແສລາຍວັນແມ່ນບັນຊີເປີດງ່າຍໃຊ້ສະບາຍ ແລະ ສະດວກຕໍ່ຜູ້ຮັບ ເຊິ່ງເຮັດໃຫ້ບໍ່ຕ້ອງກັງວົນກັບເລື່ອງການຊໍາລະຄ່າສິນຄ້າ ຫລື ໄວ້ຄຳ້ປະກັນການສັ່ງຈ່າຍສິນຄ້າຫລືທຸລະກິດໃດຫນື່ງ ໂດຍທີ່ບໍ່ຕ້ອງຊຳລະດ້ວຍເງິນສົດ ບັນຊີປະເພດນີ້ຍັງສາມາດໃຊ້ຢັ້ງຢືນຈາກທະນາຄານເພື່ອໄປຂື້ນເງິນ ຫລື ເອົາໄປເຂົ້າບັນຊີກັບທະນາຄານອື່ນໄດ້.
ທ່ານສາມາດເປິດບັນຊີເງິນຝາກໄດ້ 3 ສະກຸນເງິນ:
ອັດຕາດອກເບ້ຍເງິນຝາກຕໍ່ປີ: | ຈຳນວນເງິນຝາກເບື້ອງຕົ້ນ: | |||||
---|---|---|---|---|---|---|
ປະເພດເງິນຝາກ: | ກີບ | ໂດລາ | ບາດ | ກີບ | ໂດລາ | ບາດ |
ກະແສລາຍວັນ | - | - | - | 1.000.000,00 | 150,00 | 5.000,00 |
ກະແສລາຍວັນພິເສດ | 1,00% | 0,25% | 0,25% | 10.000.000,00 | 1.200,00 | 40.000,00 |
ອັດຕາດອກເບ້ຍແມ່ນອີງຕາມ ທອທ ປະກາດນຳໃຊ້ໃນແຕ່ລະໄລຍະ |
ທ່ານສາມາດກໍາຈັດຄວາມສ່ຽງຕ່າງໆທີ່ກ່ຽວກັບການທີ່ຕ້ອງຮັກສາເງິນສົດຈໍານວນຫຼວງຫຼາຍ ແລະ ຄວາມຍາກທີ່ໃຊ້ຈ່າຍຕ່າງໆ.
ທ່ານສາມາດນຳໃຊ້ແຊັກເພື່ອສັ່ງຈ່າຍຄ່າຕ່າງໆໄດ້ແທນເງິນສົດໂດຍການວາງເງື່ອນໄຂໃນໃບແຊັກນັ້ນໆ.
ທ່ານສາມາດນຳໃຊ້ເປັນບັນຊີເພື່ອເບີກຈ່າຍເງິນເດືອນໃຫ້ກັບພະນັກງານພາຍໃນບໍລິສັດຂອງທ່ານໄດ້.
ທ່ານສາມາດກວດຍອດເງິນໄດ້ຈາກທະນາຄານຜ່ານປ່ອງບໍລິການຕາມເວລາທີ່ໃຫ້ບໍລິການ ແລະ ສາມາດຮັບບັນຊີສຳຮອງ STATEMENT ໂດຍບໍ່ເສຍຄ່າທຳນຽມຂອງທຸກໆຕົ້ນເດືອນ (ວັນທີ 1-10).
ບັນຊີນີ້ສາມາດເປັນໄດ້ທັງບັນຊີສະສົມຍອດເພື່ອເອົາດອກເບ້ຍ ແລະ ເປັນບັນຊີເງິນໝູນໃຊ້ປະຈຳວັນ.
ທ່ານສາມາດຝາກ ຫຼື ຖອນເງິນໄດ້ແຕ່ລະມື້ໄດ້ຕາມຄວາມຕ້ອງການ ໂດຍຜ່ານຕູ້ ATM 24 ຊົ່ວໂມງ ຫຼື ປ່ອງບໍລິການຂອງທະນາຄານຕາມເວລາທີ່ໃຫ້ບໍລິການ.
ທ່ານສາມາດໂອນເງິນລະຫວ່າງບັນຊີຂອງທ່ານ ຫາ ບັນຊີອື່ນພາຍໃນ ທະນາຄານເອັສທີ ໄດ້ທຸກເວລາທີ່ ຕູ້ ATM ໄດ້ຕະຫຼອດ 24 ຊົ່ວໂມງໃນວົງເງິນທີລະບຸໄວ້.