ສາມາດໃຊ້ເງິນໃນບັນຊີຂອງທ່ານ ເພື່ອເປັນຫຼັກປະກັນໃນການຂໍສິນເຊື່ອ.
ເປັນການລົງທຶນທີ່ມີຄວາມສ່ຽງຫນ້ອຍ ແຕ່ມີອັດຕາດອກເບັ້ຍສູງ ແລະ ຍັງເປັນການວາງແຜນຄວາມຕ້ອງການ ດ້ານການເງິນທີ່ດີໃນອະນາຄົດ ຫລື ເພື່ອຄອບຄົວທີ່ທ່ານຮັກ, ດ້ວຍອັດຕາລາຍໄດ້ທີ່ແນ່ນອນກວ່າ ອິງຕາມຊ່ວງໄລຍະກໍານົດເວລາທີ່ທ່ານສາມາດເລືອກເອງໄດ້ ພ້ອມທັງມີຫລາຍຮູບແບບຜະລິດຕະພັນເງິນຝາກທີ່ທ່ານເອງກໍ່ສາມາດເລືອກໄດ້ເຊັ່ນກັນ ບໍ່ວ່າຈະເປັນຝາກແບບໄລຍະສັ້ນ ຫລື ໄລຍະຍາວ ທາງທະນາຄານເອັສທີ ມີການອອກແບບວາງແຜນປະເພດພະລິດຕະພັນມາກໍ່ເພື່ອຕອບທຸກຊ່ອງທາງທີ່ທ່ານລູກຄ້າສະດວກ ແລະ ຕ້ອງການ. ນອກນັ້ນທ່ານຍັງສາມາດໃຊ້ວົງເງິນຝາກປະຈຳທີ່ມີຢູ່ແລ້ວນັ້ນມາເປັນການຢັ້ງຢືນ ຫຼື ຄຳ້ປະກັນເພື່ອຕໍ່ຍອດດ້ານທຸລະກິດ ຫຼື ຂະຫຍາຍກິດຈະການດ້ານການຄ້າ ແລະ ການລົງທຶນດັ່ງນີ້:
ທ່ານສາມາດເປິດບັນຊີເງິນຝາກໄດ້ 3 ສະກຸນເງິນ:
ປະເພດ | ກີບ | ໂດລາ | ບາດ | ຈຳນວນເງິນຝາກເບື້ອງຕົ້ນ: | ||
---|---|---|---|---|---|---|
ກີບ | ໂດລາ | ບາດ | ||||
3 ເດືອນ | 9.70% | 1.65% | 1.75% | 1.000.000,00 | 150,00 | 4.000,00 |
6 ເດືອນ | 10.10% | 2.40% | 1.75% | |||
12 ເດືອນ | 10.50% | 4.75% | 2.75% | |||
24 ເດືອນ | 11.00% | 5.50% | 3.50% | |||
36 ເດືອນ | 11.50% | 6.00% | 4.25% | |||
60 ເດືອນ | 12.50% | 6.75% | 4.75% | |||
24 ເດືອນ ດອກເບ້ຍລ່ວງໜ້າ | 10.75% | 5.00% | 3.00% | 10.000.000,00 | 100.000,00 | 3.000.000,00 |
36 ເດືອນ ດອກເບ້ຍລ່ວງໜ້າ | 11.25% | 5.50% | 3.75% | |||
48 ເດືອນ ດອກເບ້ຍລ່ວງໜ້າ | 11.75% | 5.75% | 4.00% | |||
60 ເດືອນ ດອກເບ້ຍລ່ວງໜ້າ | 12.25% | 6,25% | 4,25% | |||
ອັດຕາດອກເບ້ຍແມ່ນອີງຕາມ ທອທ ປະກາດນຳໃຊ້ໃນແຕ່ລະໄລຍະ |
ສາມາດໃຊ້ເງິນໃນບັນຊີຂອງທ່ານ ເພື່ອເປັນຫຼັກປະກັນໃນການຂໍສິນເຊື່ອ.
ດ້ານບັນຊີຝາກປະຈຳ ລູກຄ້າສາມາດເລືອກທີ່ຈະເອົາດອກເບ້ຍກ່ອນລ່ວງຫນ້າ/ເປັນລາຍເດືອນ/ລາຍປີ/ຫລືຄົບກຳນົດ ເຊິ່ງທ່ານລູກຄ້າສາມາດເລືອກໄດ້.
ສາມາດໃຊ້ເປັນຫຼັກຖານຢັ້ງຢືນເງິນຝາກເພື່ອໄປປະກອບເອກະສານຕ່າງໆໄດ້.