ບໍ່ຈຳເປັນຕ້ອງມີອິນເຕີເນັດ

ໃຊ້ໄດ້ກັບໂທລະສັບມືຖືທຸກຮູບແບບ

ຮັບຮູ້ການເຄື່ອນໄຫວຂອງບັນຊີເງິນຝາກ

ຄຸນລັກສະນະ SMS BANKING:

ແຈ້ງເຕືອນຂໍ້ຄວາມທາງດ້ານການເງິນຜ່ານໂທລະສັບ, ເພີ່ມຄວາມສະດວກສະບາຍໃນການແຈ້ງເຕືອນທຸກການເຄື່ອນໄຫວໃນບັນຊີ. ງ່າຍຕໍ່ການນຳໃຊ້, ປະຢັດເວລາ ແລະ ສະດວກວ່ອງໄວ, ຕອບສະໜອງການຕິດຕາມບັນຊີຂອງບຸກຄົນທົ່ວໄປ ແລະ ບັນດາບໍລິສັດຕ່າງໆ.

ປະໂຫຍດທີ່ໄດ້ຮັບ:

  • 1. ສະດວກສະບາຍໃນການຮັບຮູ້ຍອດເງິນເຂົ້າ-ອອກ ແລະ ທຸກການເຄື່ອນໄຫວໃນບັນຊີ.
  • 2. ມີຄວາມປອດໄພ ແລະ ເກັບກຳຂໍ້ມູນໄດ້ດີ.
  • 3. ງ່າຍຕໍ່ການຕິດຕາມບັນຊີ.
  • 4. ແຈ້ງເຕືອນຕະຫຼອດ 24 ຊົ່ວໂມງ.
  • 5. ໜື່ງເບີໂທລະສັບສາມາດເຮັດແຈ້ງເຕືອນໄດ້ຫຼາຍບັນຊີ.
  • 6. ສາມາດກວດເບິ່ງການເຄື່ອນໄຫວຍ້ອນຫຼັງຄືນໄດ້.

ຄ່າທໍານຽມ:

  • 1. ຄ່າທຳນຽມ 15.000 ກີບ ຫຼື ທຽບເທົ່າ/ບັນຊີ/ເດືອນ.
  • 2. ຄ່າທຳນຽມແຈ້ງປ່ຽນເບີ 5.000 ກີບ/ຄັ້ງ.

ປະເພດສະກຸນເງິນ:

  • ປະເພດສະກຸນເງິນໄດ້: ສະກຸນເງິນກີບ, ສະກຸນເງິນບາດ ແລະ ສະກຸນເງິນໂດລາ.

ຂັ້ນຕອນ:

  • ກະກຽມເອກະສານຢັ້ງຢືນສະຖານະຂອງທ່ານຕາມຂ້າງເທິງນັ້ນກ່ອນ.
  • ການແຈ້ງເຕືອນຈະແຈ້ງເປັນຂໍ້ຄວາມຜ່ານໝາຍເລກໂທລະສັບແບບໂອໂຕ້ ຫາກມີການເຄື່ອນໄຫວ.
  • ເງື່ອນໄຂການໃຊ້ບໍລິການ:

    ລາຍລະອຽດມີດັ່ງນີ້:

    • ຕ້ອງມີບັນຊີຝາກປະຢັດ ຫຼື ກະແສລາຍວັນກັບ ທອທ.
    • ຕ້ອງມີເບີໂທລະສັບທີ່ນຳໃຊ້ປົກກະຕິເພື່ອຮອງຮັບຂໍ້ມູນການແຈ້ງເຕືອນ.
    • ປະກອບເອກະສານການສະໝັກ SMS BANKING ຂອງ ທອທ.
    • ເຈົ້າຂອງບັນຊີຕ້ອງມາສະໝັກເອງ ຫຼື ຖ້າມອບສິດກໍ່ຕ້ອງມີເອກະສານມອບສິດມາແຈ້ງໃຫ້ຄົບຖ້ວນຕາມທະນາຄານແຈ້ງ.