ທ່ານຈະໄດ້ຮັບດອກເບ້ຍຈາກເງິນຂອງທ່ານໃນແຕ່ລະມື້, ສະສົມໃວ້ໃນບັນຊີ ຍິ່ງຝາກຫຼາຍເທົ່າໃດ ກໍ່ໄດ້ດອກເບ້ຍຫຼາຍເທົ່ານັ້ນ, ທ່ານຈະໄດ້ຮັບດອກເບ້ຍ 2 ຄັ້ງຕໍ່ປີຄື: ທ້າຍເດືອນ 6 ແລະ ທ້າຍດືອນ 12.
ເປັນບັນຊີທ້ອນເງິນປະເພດໜຶ່ງທີ່ຊ່ວຍທ່ານໃນການທ້ອນເງິນ ເພື່ອຄວາມຕ້ອງການໃຊ້ເງິນຂອງທ່ານໃນອະນາຄົດ ແລະ ເປັນໄດ້ທັງເງິນໝູນໃຊ້ໃນແຕ່ລະວັນກໍ່ໄດ້ໃນເວລາຈຳເປັນ ເຊິ່ງມັນບໍ່ພຽງເປັນການຮັກສາເງິນຂອງທ່ານເທົ່ານັ້ນ ແຕ່ຍັງຊ່ວຍທ່ານທ້ອນເງິນແຕ່ລະມື້ນໍາອີກ. ສະນັ້ນ, ທ່ານບໍ່ຕ້ອງກັງວົນທີ່ຈະຕ້ອງເກັບຮັກສາເງິນໄວ້ກັບໂຕເປັນຈຳນວນຫລາຍເພື່ອເກີດຄວາມສ່ຽງ ແລະ ບໍ່ເກີດປະໂຫຍດໃດໆ ຫຼື ຖືເງິນສົດໄປສະຖານທີ່ຕ່າງໆອີກຕໍ່ໄປ ພ້ອມທັງສ່ຽງທີ່ຈະປະໄວ້ຢູ່ເຮືອນ. ນອກນັ້ນທ່ານຍັງສາມາດທ້ອນເງິນສໍາລັບອະນາຄົດຂອງທ່ານເອງ ແລະ ຄອບຄົວ ໄດ້ຢ່າງເຕັມທີ່ໂດຍໃຫ້ທະນາຄານເຮົາເປັນສ່ວນຫນື່ງໃນການບໍລິຫານຈັດການໃຫ້ ພຽງແຕ່ເປີດບັນຊີເງິນຝາກປະຢັດກັບທະນາຄານ ເອັສທີ ເຮົາກໍ່ໝົດບັນຫາ.
ທ່ານສາມາດເປິດບັນຊີເງິນຝາກໄດ້ 3 ສະກຸນເງິນ:
ອັດຕາດອກເບ້ຍເງິນຝາກຕໍ່ປີ: | ຈຳນວນເງິນຝາກເບື້ອງຕົ້ນ: | |||||
---|---|---|---|---|---|---|
ປະເພດເງິນຝາກ: | ກີບ | ໂດລາ | ບາດ | ກີບ | ໂດລາ | ບາດ |
ບັນຊີເງິນຝາກປະຢັດ | 1,89% | 1,50% | 1,50% | 100.000,00 | 20,00 | 500,00 |
ອັດຕາດອກເບ້ຍແມ່ນອີງຕາມ ທອທ ປະກາດນຳໃຊ້ໃນແຕ່ລະໄລຍະ |
ທ່ານສາມາດຝາກ - ຖອນ ຫຼື ໂອນເງິນລະຫວ່າງບັນຊີ ຫາ ບັນຊີຂອງ ທອທ ໄດ້ແຕ່ລະມື້ຕາມຄວາມຕ້ອງການ ແລະ ໄດ້ທຸກສາຂາ/ໜ່ວຍບໍລິການ ໂດຍຜ່ານປ່ອງບໍລິການຂອງທະນາ ຄານຕາມເວລາທີ່ໃຫ້ບໍລິການ(ສຳນັກງານໃຫ່ຍ ແລະ ບັນດາສາຂາ ວັນຈັນ ຫາ ວັນ ສຸກ, ສ່ວນໜ່ວຍບໍລິການ ວັນຈັນ ຫາ ວັນທິດ. ສຳລັບການຖອນ ຫຼື ໂອນຜ່ານຕູ້ ATM ແມ່ນໃຫ້ບໍລິການ 24 ຊົ່ວໂມງ).
ທ່ານຈະໄດ້ຮັບດອກເບ້ຍຈາກເງິນຂອງທ່ານໃນແຕ່ລະມື້, ສະສົມໃວ້ໃນບັນຊີ ຍິ່ງຝາກຫຼາຍເທົ່າໃດ ກໍ່ໄດ້ດອກເບ້ຍຫຼາຍເທົ່ານັ້ນ, ທ່ານຈະໄດ້ຮັບດອກເບ້ຍ 2 ຄັ້ງຕໍ່ປີຄື: ທ້າຍເດືອນ 6 ແລະ ທ້າຍດືອນ 12.
ທ່ານສາມາດຕິດຕາມເບິ່ງເງິນທີ່ຝາກ ຫຼື ໂອນເຂົ້າບັນຊີໃນແຕ່ລະມື້ໄດ້ ໂດຍການກວດສອບເບິ່ງຍອດຜ່ານເຄົາເຕີບໍລິການຕາມວັນເວລາທີ່ໃຫ້ບໍລິການ ຫຼື ຕູ້ ATM ຕະຫຼອດ 24 ຊົ່ວໂມງ.
ທ່ານສາມາດກໍາຈັດຄວາມສ່ຽງຕ່າງໆກ່ຽວກັບການທີ່ຕ້ອງຮັກສາເງິນສົດຈໍານວນຫຼວງຫຼາຍໂດຍທີບໍ່ມີດອກເບ້ຍໃດໆ ແລະ ຍາກທີ່ຈະແບ່ງສ່ວນໃນການໃຊ້ຈ່າຍຕ່າງໆ.