• ຄຸນລັກສະນະບັດ ATM ທົ່ວໄປ:

    ພຽງບັດດຽວທ່ານກໍ່ສາມາດປະຢັດເວລາ, ສາມາດຖອນເງິນສົດ ຫຼື ໂອນເງິນບັນຊີ ຫາ ບັນຊີ ຂອງ ທອທ ໄດ້ຢ່າງສະດວກ, ວ່ອງໄວ ຈາກຕູ້ເອທີເອັມ ທະນາຄານ ເອັສທີ ຈຳກັດ ໄດ້ທຸກຈຸດບໍລິການ ບໍ່ວ່າຈະເປັນ ສຳນັກງານໃຫ່ຍ, ສາຂາຕ່າງແຂວງ ຫຼື ໜ່ວຍບໍລິການ ຂອງ ທອທ ທີ່ຕັ້ງຢູ່ໃກ້ທ່ານຕະຫຼອດ 24 ຊົ່ວໂມງ.

  • ປະໂຫຍດທີ່ໄດ້ຮັບ:

    ລາຍລະອຽດມີດັ່ງນີ້:

    • ສາມາດຖອນເງິດສົດ, ໂອນບັນຫາບັນຊີຂອງ ທອທ ຫຼື ກວດຍອດເງິນໃນບັນຊີ ໄດ້ຕະຫຼອດ 24 ຊົ່ວໂມງ.
    • ສາມາດຖອນເງິນສົດໄດ້ສຸງສຸດ 9,000,000 ກີບ/ມື້, ກົດໄດ້ 6 ຄັ້ງ/ມື້, ຄັ້ງລະສູງສຸດ 3,000,000 ກີບ.ຜູ້ຮັບໂອນໄດ້ຮັບເງິນທັນທີ.
    • ຜູ້ຮັບໂອນໄດ້ຮັບເງິນທັນທີ.
    • ສາມາດໂອນສູງສຸດ 90,000,000 ກີບ/ມື້.
    • ທ່ານສາມາດຖອນເງິດສົດ ຫຼື ໂອນບັນຊີຫາບັນຊີຂອງ ທອທ ໄດ້ທຸກສາຂາ ຫຼື ທຸກຈຸດບໍລິການ, ບໍ່ໄດ້ເສຍຄ່າ ທຳນຽມການຖອນ ຫຼື ໂອນ.
    • ຜູ້ຖອນ ແລະ ຜູ້ໂອນໄດ້ຮັບສະລິບເກັບໄວ້ເປັນຫຼັກຖານ.
    • ເປີດບໍລິການຕະຫຼອດ 24 ຊົ່ວໂມງ, 7ມື້/ອາທິດ.
    • ມີລະຫັດເຂົ້າ 6 ຕົວເລກ ຫຼື ທ່ານສາມາດປ່ຽນລະຫັດການນຳໃຊ້ບັດໄດ້ເອງທີ່ຕູ້ ATM ເພື່ອຄວາມປອດໄພ.
  • ຄ່າທໍານຽມ:

    ລາຍລະອຽດມີດັ່ງນີ້:

    • ເປີດບັດໃໝ່ 30.000 ກີບ/ບັດ ຫຼື ທຽບເທົ່າ.
    • ຄ່ານຳໃຊ້ບໍລິການລາຍເດືອນລະ 2,500 ກີບ/ເດືອນ ຫຼື ທຽບເທົ່າ.
  • ປະເພດສະກຸນເງິນ:

    ລາຍລະອຽດມີດັ່ງນີ້:

    • ທ່ານສາມາດຖອນໄດ້: ສະກຸນເງິນກີບ, ສະກຸນເງິນບາດ ແລະ ສະກຸນເງິນໂດລາ.
    • ສຳລັບສະກຸນເງິນບາດ ແລະ ສະກຸນເງິນໂດລາ ແມ່ນຈະຖືກຄິດໄລ່ຕາມຍອດເງິນຖອນ ໂດຍລະບົບຈະຄິດໄລ່ແບບອັດຕະໂນມັດ ເຊິ່ງຈະນຳໃຊ້ອັດຕາແລກປ່ຽນພາຍໃນມື້.
    • ທ່ານສາມາດໂອນໄດ້: ບັນຊີສະກຸນເງິນກີບ ຫາ ບັນຊີສະກຸນເງິນກີບ, ບັນຊີສະກຸນເງິນບາດ ຫາ ບັນຊີສະກຸນເງິນບາດ, ບັນຊີສະກຸນເງິນໂດລາ ຫາ ບັນຊີສະກຸນເງິນໂດລາ.
  • ເງື່ອນໄຂການໃຊ້ບໍລິການ:

    ລາຍລະອຽດມີດັ່ງນີ້:

    • ອາຍຸ 15 ປີຂຶ້ນໄປ…...
    • ເອກະສານສະໝັກ: ປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ ຫຼື ໜັງສືຜ່ານແດນ (Passport).
    • ເປີດບັນຊີເງິນຝາກປະຢັດ ແລະ ບັນຊີກະແສລາຍວັນໄດ້ທຸກສະກຸນເງິນ.
  • ຂັ້ນຕອນ:

    ລາຍລະອຽດມີດັ່ງນີ້:

    • ນຳບັດເອທີເອັມຂອງ ທອທ ເຂົ້າໄປໃນຕູ້ເອທີເອັມຂອງທະນາຄານ.
    • ກົດລະຫັດລັບຂອງທ່ານ 6 ຕົວເລກ.
    • ເລືອກພາສາ: ພາສາລາວ, ອັງກິດ, ຈີນ ຫຼື ຫວຽດນາມ.
    • ເລືອກປະເພດການບໍລິການຖອນ, ການໂອນ ຫຼື ກວດຍອດເງິນໃນບັນຊີ.
    • ປ້ອນຂໍ້ມູນຕາມການເລືອກປະເພດການບໍລິການ.
    • ລໍຖ້າລະບົບປະຕິບັດການຈົນສຳເລັດ ແລະ ຮັບໃບບິນລາຍການຖອນ ຫຼື ການໂອນເງິນ.