• ຄຸນລັກສະນະບັດ ATM Smile:

    ເປັນບັດທີ່ຄຸ້ມຄອງອຸບັດຕິເຫດໃນການເກິດອຸບັດຕິເຫດຕ່າງໆຂອງເຈົ້າຂອງບັນຊີ ແລະ ເປັນບັດທີ່ສາມາດຖອນເງິນສົດ ຫຼື ໂອນເງິນບັນຊີ ຫາ ບັນຊີ ຂອງ ທອທ ໄດ້ຢ່າງສະດວກ, ວ່ອງໄວ ຈາກຕູ້ເອທີເອັມ ທະນາຄານ ເອັສທີ ຈຳກັດ ໄດ້ທຸກຈຸດບໍລິການ ບໍ່ວ່າຈະເປັນ ສຳນັກງານໃຫ່ຍ, ສາຂາຕ່າງແຂວງ ຫຼື ໜ່ວຍບໍລິການ ຂອງ ທອທ ທີ່ຕັ້ງຢູ່ໃກ້ທ່ານຕະຫຼອດ 24 ຊົ່ວໂມງ.

  • ປະໂຫຍດທີ່ໄດ້ຮັບ:

    ລາຍລະອຽດມີດັ່ງນີ້:

    • ໄດ້ຮັບການຄຸ້ມຄອງສິນໃໝເມື່ອທ່ານເກິດອຸບັດຕິເຫດ ຫຼື ເສຍຊີວິດຈາກການເກິດອຸບັດຕິເຫດ.
    • ສາມາດຖອນເງິດສົດ, ໂອນບັນຫາບັນຊີຂອງ ທອທ ຫຼື ກວດຍອດເງິນໃນບັນຊີ ໄດ້ຕະຫຼອດ 24 ຊົ່ວໂມງ.
    • ສາມາດຖອນເງິນສົດໄດ້ສຸງສຸດ 9,000,000 ກີບ/ມື້, ກົດໄດ້ 6 ຄັ້ງ/ມື້, ຄັ້ງລະສູງສຸດ 3,000,000 ກີບ.
    • ຜູ້ຮັບໂອນໄດ້ຮັບເງິນທັນທີ.
    • ສາມາດໂອນສູງສຸດ 90,000,000 ກີບ/ມື້
    • ທ່ານສາມາດຖອນເງິດສົດ ຫຼື ໂອນບັນຊີຫາບັນຊີຂອງ ທອທ ໄດ້ທຸກສາຂາ ຫຼື ທຸກຈຸດບໍລິການ, ບໍ່ໄດ້ເສຍຄ່າ ທຳນຽມການຖອນ ຫຼື ໂອນ.
    • ຜູ້ຖອນ ແລະ ຜູ້ໂອນໄດ້ຮັບໃບບິນເກັບໄວ້ເປັນຫຼັກຖານ.
    • ເປີດບໍລິການຕະຫຼອດ 24 ຊົ່ວໂມງ, 7ມື້/ອາທິດ.
  • ຄ່າທໍານຽມ:

    ລາຍລະອຽດມີດັ່ງນີ້:

    • ເປີດບັດໃໝ່ 30.000 ກີບ/ບັດ ຫຼື ທຽບເທົ່າ.
    • ຄ່າທຳນຽມ Smile ATM 50.000 ກີບ ຫຼື ທຽບເທົ່າ/ປີ.
    • ຄ່ານຳໃຊ້ບໍລິການລາຍເດືອນ ເດືອນລະ 2,500 ກີບ/ເດືອນ ຫຼື ທຽບເທົ່າ.
  • ປະເພດສະກຸນເງິນ:

    ລາຍລະອຽດມີດັ່ງນີ້:

    • ທ່ານສາມາດຖອນໄດ້: ສະກຸນເງິນກີບ, ສະກຸນເງິນບາດ ແລະ ສະກຸນເງິນໂດລາ.
    • ສຳລັບສະກຸນເງິນບາດ ແລະ ສະກຸນເງິນໂດລາ ແມ່ນຈະຖືກຄິດໄລ່ຕາມຍອດເງິນຖອນ ໂດຍລະບົບຈະຄິດໄລ່ແບບອັດຕະໂນມັດ ເຊິ່ງຈະນຳໃຊ້ອັດຕາແລກປ່ຽນພາຍໃນມື້.
    • ທ່ານສາມາດໂອນໄດ້: ບັນຊີສະກຸນເງິນກີບ ຫາ ບັນຊີສະກຸນເງິນກີບ, ບັນຊີສະກຸນເງິນບາດ ຫາ ບັນຊີສະກຸນເງິນບາດ, ບັນຊີສະກຸນເງິນໂດລາ ຫາ ບັນຊີສະກຸນເງິນໂດລາ.
  • ເງື່ອນໄຂການໃຊ້ບໍລິການ:

    ລາຍລະອຽດມີດັ່ງນີ້:

    • ອາຍຸ 15 ປີຂຶ້ນໄປ…..
    • ເອກະສານສະໝັກ: ປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ ຫຼື ໜັງສືຜ່ານແດນ (Passport).
    • ເປີດບັນຊີເງິນຝາກປະຢັດ ແລະ ກະແສລາຍວັນໄດ້ທຸກສະກຸນເງິນ.
    • ປະກອບຟອມການສະໝັກ ATM
    • ປະກອບຟອມສັນຍາປະກັນໄພອຸບັດຕິເຫດ Smile ATM
  • ຂັ້ນຕອນ:

    ລາຍລະອຽດມີດັ່ງນີ້:

    • ນຳບັດເອທີເອັມຂອງ ທອທ ເຂົ້າໄປໃນຕູ້ເອທີເອັມຂອງທະນາຄານ.
    • ກົດລະຫັດລັບຂອງທ່ານ 6 ຕົວເລກ.
    • ເລືອກພາສາ: ພາສາລາວ, ອັງກິດ, ຈີນ ຫຼື ຫວຽດນາມ.
    • ເລືອກປະເພດການບໍລິການຖອນ, ການໂອນ ຫຼື ກວດຍອດເງິນໃນບັນຊີ.
    • ປ້ອນຂໍ້ມູນຕາມການເລືອກປະເພດການບໍລິການ.
    • ລໍຖ້າລະບົບປະຕິບັດການຈົນສຳເລັດ ແລະ ຮັບໃບບິນລາຍການຖອນ ຫຼື ການໂອນເງິນ.
    • ຖ້າເກິດອຸບັດຕິເຫດໃຫ້ຖ່າຍຮູບ ແລະ ແຈ້ງເຫດກັບທະນາຄານໄດ້ທຸກຈຸດບໍລິການຂອງ ທອທ ໂດຍທັນທີ. ຈາກນັ້ນ, ເກັບບິນການປີ່ນປົວຈາກ ຄຼີນິກ ຫຼື ໂຮງໝໍໃວ້ ເພື່ອເປັນຫຼັກຖານໃນການແຈ້ງຮຽກເກັບເງິນການປີ່ນປົວຄືນຈາກການເຮັດປະກັນໄພອຸບັດຕິເຫດຂອງ Smlie ATM.