ຂໍ້ມູນກ່ຽວກັບ
    ຄຸ້ມຄອງໃນລາວ ແລະ ລາວ-ໄທ

    - ປະກັນໄພທີ່ຄຸ້ມຄອງທຸກກໍລະນີ, ເວລາທີ່ເກີດອຸປະຕິເຫດບໍ່ວ່າຈະມີຄູ່ກໍລະນີ ຫຼື ບໍ່ມີ, ລວມໄປເຖິງກໍລະນີລົດຖືກຂູດ ຫຼື ກະຈົກແຕກ ທາງບໍລິສັດປະກັນໄພ ກໍໃຫ້ຄວາມຄຸ້ມຄອງໂດຍບໍ່ຕ້ອງມີຄູ່ກໍລະນີ..

    - ປະເພດລົດທີ່ສາມາດເຮັດປະກັນໄພໄດ້: ລົດເກັງ, ລົດກະບະ, ລົດຈິບ, ລົດຕູ້ທີ່ບໍ່ເກີນ 12 ບ່ອນນັ່ງ (ຕາມລະບຽບທີ່ບໍລິສັດວາງອອກ).

    - ລົດທີ່ບໍ່ສາມາດເຮັດປະກັນໄພ ຮອບດ້ານໄດ້ແມ່ນລົດ ທີ່ມີອາຍຸການໃຊ້ງານເກີນ 8 ປີ, ລົດ ສະປອດ ແລະ ລົດບັນທຸກ (ຕາມລະບຽບທີ່ບໍລິສັດວາງອອກ).

  • ລາຍລະອຽດຂອງການຄຸ້ມຄອງ

    ຄວາມຄຸ້ມຄອງໃນລາວ

    ຄວາມຄຸ້ມຄອງໃນລາວ-ໄທ

  • ການຍົກເວັ້ນການຄຸ້ມຄອງ

    ລາຍລະອຽດມີດັ່ງນີ້:

    • ໃບອະນຸຍາດຂັບຂີ່ບໍ່ຖືກຕ້ອງ (ໝົດກໍານົດ, ຖືກໂຈ໋ະ).
    • ໃບອະນຸຍາດຂັບຂີ່ບໍ່ຖືກຕ້ອງຕາມປະເພດ.
    • ຜູ້ຂັບຂີ່ຢູ່ໃນອາການມຶນເມົາຈາກການດື່ມເຫລົ້າ ຫລື ສານເສບຕິດ ແລ້ວເປັນຕົ້ນເຫດຂອງການເກີດອຸບັດຕິເຫດໃນເວລາຂັບຂີ່.
  • ຫມາຍເຫດ:

    ລາຍລະອຽດມີດັ່ງນີ້:

    • ການເຮັດປະກັນໄພບໍ່ແມ່ນການຝາກເງິນ ກໍລະນີຍົກເລີກສັນຍາປະກັນໄພ ກ່ອນກຳນົດລູກຄ້າອາດຈະບໍ່ໄດ້ຮັບຄ່າທຳນຽມປະກັນໄພຄືນເຕັມຈໍານວນ.
    • ຜູ້ຊື້ຄວນເຮັດຄວາມເຂົ້າໃຈລາຍລະອຽດໃນການຄຸ້ມຄອງ ແລະ ເງື່ອນໄຂໃນການເຮັດປະກັນໄພທຸກຄັ້ງ.
    • ທະນາຄານເປັນພຽງຕົວແທນທີ່ແນະນໍາ ແລະ ບໍລິການໃຫ້ລູກຄ້າສາມາດເຂົ້າເຖິງການປະກັນໄພເທົ່ານັ້ນ ໂດຍເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂຂອງບໍລິສັດ ເອັສທີ-ເມືອງໄທ ປະກັນໄພ.