• ຄຸ້ມຄອງຊີວິດ 100% ຕະຫຼອດອາຍຸສັນຍາ.
  • ເມື່ອຢູ່ຄົບສັນຍາຈະໄດ້ຮັບ 100% ຂອງວົງເງິນເອົາປະກັນ.
  • ຄຸ້ມຄອງຊີວິດ 100% ຕະຫຼອດອາຍຸສັນຍາ.
  • ເມື່ອຢູ່ຄົບສັນຍາຈະໄດ້ຮັບ 100% ຂອງວົງເງິນເອົາປະກັນ.

ສັນຍາເພີ່ມເຕີມຄຸ້ມຄອງຜູ້ຈ່າຍຄ່າທໍານຽມປະກັນໄພ PB

    ໃນກໍລະນີຜູ້ຈ່າຍຄ່າທໍານຽມປະກັຍໄພ ເສຍຊີວິດລົງ ແລະ ບໍລິສັດ ໄດ້ຮັບຫັຼກຖານພິສູດການເສຍຊີວິດໂດຍຄົບຖ້ວນແລ້ວ ບໍລິສັດ ຈະຍົກເວັ້ນການຈ່າຍຄ່າທໍານຽມປະກັນໄພທີ່ຍັງເຫຼືອທັງໝົດຕາມສັນຍາປະກັນໄພຫັຼກ ທີ່ສັນຍາເພີ່ມເຕີມສະບັບນີ້ຊ້ອນທ້າຍຢູ່ ໂດຍສັນຍາດັ່ງກ່າວຍັງມີຜົນບັງຄັບຕໍ່ເນື່ອງຈົນເຖິງວັນສິ້ນສຸດສັນຍາ.

    ໃນກໍລະນີຜູ້ຈ່າຍຄ່າທໍານຽມປະກັນໄພ ໄດ້ຕົກເປັນບຸກຄົນທີ່ພິການຖາວອນທັງໝົດ ໂດຍພິສູດໄດ້ວ່າເກີດຄວາມພິການຂຶ້ນກ່ອນເຖິງວັນຄົບຮອບປີສັນຍາປະກັນໄພຊີວິດ. ການພິການນັ້ນເກີດຂຶ້ນຕໍ່ເນື່ອງເປັນເວລາບໍ່ຕໍ່າກວ່າ 180 ວັນ ແລະ ບໍລິສັດ ໄດ້ຮັບຫຼັກຖານພິສູດການພິການ ຈາກຜູ້ໄດ້ຮັບການປະກັນໄພຊີວິດໂດຍຄົບຖ້ວນ ພ້ອມທັງພິຈາລະນາແລ້ວວ່າ ຜູ້ໄດ້ຮັບການປະກັນໄພຊີວິດເປັນຜູ້ທີ່ພິການຖາວອນທັງໝົດ ບໍລິສັດ ຈະຍົກເວັ້ນການຈ່າຍຄ່າທໍານຽມປະກັນທີ່ຍັງເຫຼືອທັງໝົດຕາມສັນຍາປະກັນໄພຫັຼກ ທີ່ສັນຍາເພີ່ມເຕີມສະບັບນີ້ຊ້ອນທ້າຍຢູ່ຍັງມີຜົນບັງຄັບຕໍ່ເນື່ອງເມື່ອຜູ້ໄດ້ຮັບການປະກັນໄພຊີວິດນັ້ນຍັງມີຊີວິດຢູ່ ແລະ ພິການຖາວອນທັງໝົດ.

    ໃນກໍລະນີຜູ້ຈ່າຍຄ່າທໍານຽມປະກັນໄພ ຕົກເປັນບຸກຄົນພິການຖາວອນທັງໝົດ ເນື່ອງຈາກເກີດການສູນເສຍທີ່ສາມາດພິສູດໄດ້ຢ່າງຊັດເຈນ ຫຼື ບໍ່ມີການຢັ້ງຢືນທາງການແພດຢ່າງຊັດເຈນວ່າ ຜູ້ຈ່າຍຄ່າທໍານຽມປະກັນໄພເປັນບຸກຄົນພິການຖາວອນທັງໝົດ ບໍລິສັດ ຈະຍົກເວັ້ນການຈ່າຍຄ່າທໍານຽມປະກັນທີ່ຍັງເຫຼືອທັງໝົດ ພາຍໃຕ້ເງື່ອນໄຂຂອງສັນຍາປະກັນໄພຫັຼກ ແລະ ສັນຍາເພີ່ມເຕີມສະບັບນີ້ຍັງມີຜົນບັງຄັບຕໍ່ເນື່ອງເມື່ອຜູ້ໄດ້ຮັບການປະກັນໄພຊີວິດນັ້ນຍັງມີຊີວິດຢູ່ ແລະ ພິການຖາວອນທັງໝົດ.

  • ເງື່ອນໄຂການປະກັນ ( Conditions )

    ລາຍລະອຽດມີດັ່ງນີ້:

    • ອາຍຸທີ່ຮັບປະກັນໄພ : ຜູ້ຈ່າຍຄ່າທໍານຽມປະກັນໄພ ອາຍຸ 20 - 60 ປີ, ຜູ້ເອົາປະກັນໄພ ອາຍຸ 1 ເດືອນ - 19 ປີ.
    • ການຈ່າຍຄ່າທໍານຽມປະກັນໄພ : ລາຍປີ, ລາຍ 6 ເດືອນ, ລາຍ 3 ເດືອນ, ລາຍເດືອນ ໂດຍຄໍານວນຈາກຄ່າທໍານຽມປະກັນໄພລາຍປີເປັນຫຼັກ ແລະ ແປງເປັນລາຍອື່ນໆຕາມຫຼັກເກນການຄໍານວນຂອງ ບໍລິສັດ.
    • ສັນຍາເພີ່ມເຕີມນີ້ສາມາດຊື້ແນບທ້າຍສັນຍາປະກັນໄພໃໝ່ ແລະ ສັນຍາປະກັນໄພເດີມທີ່ຍັງມີຜົນບັງຄັບຢູ່.
    • ສໍາລັບຜູ້ຈ່າຍຄ່າທໍານຽມປະກັນໄພ (ຜູ້ປົກຄອງ) ທີ່ມີອາຊີບຄວາມສ່ຽງສູງກວ່າມາດຕະຖານ ຕ້ອງເພີ່ມຄ່າທໍານຽມປະກັນໄພອີກ 50% ຂອງຄ່າທໍານຽມປະກັນໄພສັນຍາເພີ່ມເຕີມຜົນປະໂຫຍດການຍົກເວັ້ນການຈ່າຍຄ່າທໍານຽມປະກັນໄພ ຂອງຜູ້ຈ່າຍຄ່າທໍານຽມປະກັນໄພ.
  • ການຍົກເວັ້ນການຄຸ້ມຄອງ

    ບໍລິສັດ ຈະຈ່າຍຜົນປະໂຫຍດຕາມການຮຽກຮ້ອງທີ່ເກີດຂຶ້ນໂດຍທາງກົງ ຫຼື ທາງອ້ອມ ໂດຍການຍົກເວັ້ນດັ່ງຕໍ່ໄປນີ້:

    • ການຂ້າຕາຍຕົວ, ການພະຍາຍາມຂ້າຕົວຕາຍ ຫຼື ການທໍາຮ້າຍຮ່າງກາຍຕົວເອງ ບໍ່ວ່າຈະມີສະຕິ ຫຼື ຂາດສະຕິພາຍໃນ 1 ປີ ນັບແຕ່ມື້ ສັນຍາເລີ່ມມີຜົນບັງຄັບ.
    • ການບາດເຈັບໃນຂະນະທີ່ຜູ້ໄດ້ຮັບການປະກັນໄພ ກໍ່ອາດສະຍາກໍາທີ່ມີຄວາມຜິດສະຖານໜັກ, ຂະນະຖືກຈັບກຸມ ຫຼື ລົບໜີຈາການຈັບກຸມ.
    • ຖືພາ ຫຼື ການເກີດລູກ
    • ດື່ມ ຫຼື ດື່ມສີ່ງມຶນເມົາ, ຂັບລົດໃນເວລາມຶນເມົາ.

    ກໍລະນີຈ່າຍສິນທົດແທນເສຍຊີວິດ ຫຼື ພິການຖາວອນທັງໝົດທີ່ເກີດຂຶ້ນໂດຍທາງກົງ ຫຼື ທາງອ້ອມ ຕາມຂໍ້ ກ ຫາ ຈ, ບໍລີສັດ ຈະຈ່າຍຄືນຄ່າທຳນຽມທັງໝົດໂດຍບໍ່ຄິດໄລ່ດອກເບ້ຍໃຫ້ຜູ້ໄດ້ຮັບການປະກັນໄພຊີວິດ.

    ໃນການຈ່າຍຄືນຄ່າທຳນຽມ ບໍລິສັດ ມີສິດຫັກໜີ້ທີ່ຜູ້ໄດ້ຮັບການປະກັນໄພຊີວິດຍັງຄ້າງຈ່າຍຕາມສັນຍາເພີ່ມເຕີມ.

  • ຄໍານິຍາມ

    ການພິການຖາວອນທັງໝົດ (TPD) ໝາຍເຖິງ ຜູ້ຈ່າຍຄ່າທໍານຽມປະກັນໄພໄດ້ສູນເສຍ ຫຼື ອຳມະພາດຖາວອນ ທີ່ບໍ່ສາມາດນໍາໃຊ້ງານໄດ້ຖາວອນຈາກ:

    • ແຂນສອງເບື້ອງ.
    • ຂາສອງເບື້ອງ.
    • ແຂນໜຶ່ງເບື້ອງ ແລະ ຂາໜຶ່ງເບື້ອງ.
    • ຕາສອງເບື້ອງ.
    • ຕາໜຶ່ງເບື້ອງ ແລະ ແຂນໜຶ່ງເບື້ອງ.
    • ຂາໜຶ່ງເບື້ອງ ແລະ ຕາໜຶ່ງເບື້ອງ.

    ການສູນເສຍສາຍຕາ ໝາຍເຖິງ ຕາບອດສະນິດ ແລະ ບໍ່ສາມາດປິ່ນປົວຮັກສາໃຫ້ຫາຍຂາດຖາວອນ.

    ການສູນເສຍແຂນ ຫຼື ຂາ ໝາຍເຖິງ ການຖືກຕັດອອກຈາກຮ່າງກາຍຕັ້ງແຕ່ຂໍ້ແຂນ ຫຼື ຂໍ້ຂາ ແລະ ໃຫ້ລວມການສູນເສຍຄວາມສາມາດໃນການໃຊ້ງານຖາວອນຂອງອະໄວຍະວະນັ້ນ.

    ໃນກໍລະນີເປັນການອຳມະພາດ, ພິການຖາວອນ ຕ້ອງໄດ້ຮັບການຢັ້ງຢືນຈາກໂຮງໝໍຢ່າງໄວສຸດ 180 ວັນ ແລະ ບໍ່ໃຫ້ຊ້າເກີນ 270 ວັນ ນັບຕັ້ງແຕ່ມື້ເກີດອຸບັດຕິເຫດ ຫຼື ວັນທີ່ກວດພົບວ່າເປັນອຳມະພາດ.

    ໃນກໍລະນີມີການສູນເສຍຖາວອນຂອງແຂນ, ຂາ ຫຼື ຕາ ສາມາດດໍາເນີນການຕາມຂໍ້ຍົກເວັ້ນທີ່ໄດ້ແຈ້ງໄວ້ດັ່ງກ່າວໄດ້ທຸກເວລາ.

ສັນຍາເພີ່ມເຕີມຍົກເວັ້ນການຈ່າຍຄ່າທໍານຽມ (WP)

  • ເງື່ອນໄຂການປະກັນ ( Conditions )

    ລາຍລະອຽດມີດັ່ງນີ້:

    • ອາຍຸທີ່ຮັບປະກັນໄພ 15 - 59 ປີ
    • ການຈ່າຍຄ່າທໍານຽມປະກັນໄພ : ລາຍປີ, ລາຍ 6 ເດືອນ, ລາຍ 3 ເດືອນ, ລາຍເດືອນ. ສັນຍາເພີ່ມເຕີມນີ້ເປັນສັນຍາແນບທ້າຍສັນຍາປະກັນໄພຫຼັກ ເຊິ່ງຜູ້ເອົາປະກັນໄພຈະຕ້ອງຈ່າຍຄ່າທໍານຽມປະກັນໄພທຸກໆປີ ໂດຍໄລຍະເວລາຄວາມຄຸ້ມຄອງຈະຂຶ້ນຢູ່ກັບສັນຍາປະກັນໄພຫຼັກ ແລະ ອາຍຸສູງສຸດທີ່ ບໍລິສັດ ສາມາດໃຫ້ຄວາມຄຸ້ມຄອງໄດ້ ໂດຍອັດຕາຄ່າທໍານຽມປະກັນໄພຈະປ່ຽນແປງໄປຕາມອາຍຸຂອງຜູ້ເອົາປະກັນໄພ.
    • ໄລຍະເວລາເອົາປະກັນໄພ : ບໍ່ເກີນໄລຍະເວລາເອົາປະກັນໄພຂອງສັນຍາປະກັນໄພຫຼັກ.
    • ການກວດສຸຂະພາບແມ່ນເປັນໄປຕາມເກນຂອງ ບໍລິສັດ.
    • ສັນຍາເພີ່ມເຕີມນີ້ສາມາດຊື້ແນບທ້າຍສັນຍາປະກັນໄພຫຼັກໃໝ່ ແລະ ສັນຍາປະກັນໄພຫຼັກເດີມທີ່ຍັງມີຜົນບັງຄັບຢູ່ ບໍລິສັດ ຈະພິຈາລະນາຮັບປະກັນໄພໃນເຄສທີ່ຕໍ່າກວ່າມາດຕະຖານໄດ້. ບໍລິສັດ ຈະພິຈາລະນາຮັບປະກັນໄພໃນເຄສທີ່ຕໍ່າກວ່າມາດຕະຖານໄດ້.
  • ການພິການຖາວອນທັງໝົດ (TPD)

    ໝາຍເຖິງ ຜູ້ໄດ້ຮັບການປະກັນໄພຊີວິດໄດ້ສູນເສຍ ຫຼື ອຳມະພາດຖາວອນ ທີ່ບໍ່ສາມາດນໍາໃຊ້ງານໄດ້ຖາວອນຈາກ: ແຂນສອງເບື້ອງ ,ຂາສອງເບື້ອງ , ແຂນໜຶ່ງເບື້ອງ ແລະ ຂາໜຶ່ງເບື້ອງ , ຕາສອງເບື້ອງ , ຕາໜຶ່ງເບື້ອງ ແລະ ແຂນໜຶ່ງເບື້ອງ , ຂາໜຶ່ງເບື້ອງ ແລະ ຕາໜຶ່ງເບື້ອງ
  • ສູນເສຍສາຍຕາ

    ໝາຍເຖິງ ຕາບອດສະນິດ ແລະ ບໍ່ສາມາດໃຫ້ຫາຍຂາດໄດ້ຕະຫຼອດໄປ.
  • ສູນເສຍແຂນ ຫຼື ຂາ

    ໝາຍເຖິງ ການຖືກຕັດອອກຈາກຮ່າງກາຍຕັ້ງແຕ່ຂໍ້ແຂນ, ຂໍ້ຂາ ແລະໃຫ້ລວມການສູນເສຍຄວາມ ສາມາດໃນການໃຊ້ງານຖາວອນທັງໝົດຂອງອະໄວຍະວະນັ້ນ.
  • ການຍົກເວັ້ນການຄຸ້ມຄອງ

    ໃນກໍລະນີອຳມະພາດ, ພິການຖາວອນຕ້ອງໄດ້ຮັບການຢັ້ງຢືນຈາກໂຮງໝໍຢ່າງໄວສຸດ 180 ວັນ ແລະ ບໍ່ໃຫ້ຊ້າເກີນ 270 ວັນ ນັບຕັ້ງແຕ່ມື້ເກີດອຸບັດຕິເຫດ ໃນກໍລະນີທີ່ສູນເສຍແຂນ, ຂາ ຫຼື ຕາ ເຊິ່ງການຢັ້ງຢືນຄວນຈະປະຕິບັດໄດ້ໂດຍທັນທີ.

    ບໍລິສັດ ຈະຈ່າຍຄ່າທໍານຽມປະກັນໄພຊີວິດ ທີ່ເກີດຂຶ້ນໂດຍທາງກົງ ຫຼື ທາງອ້ອມ ດັ່ງຕໍ່ໄປນີ້ໂດຍການຍົກເວັ້ນ:

    • ການຂ້າຕົວຕາຍ, ພະຍາຍາມຂ້າຕົວຕາຍ ຫຼື ການທໍາຮ້າຍຮ່າງກາຍຕົນເອງ.
    • ການບາດເຈັບໃນຂະນະທີ່ຜູ້ໄດ້ຮັບການປະກັນໄພຊີວິດ ກໍ່ອາດສະຍາກໍາທີ່ມີຄວາມຜິດສະຖານໜັກ, ຂະນະຖືກຈັບກຸມ ຫຼື ຫຼົບໜີຈາກການຈັບກຸມ.
    • ຖືພາ ຫຼື ການເກີດລູກ.
    • ເສບ ຫຼື ໃຊ້ສານເສບຕິດ.
    • ດື່ມ ຫຼື ດື່ມສິ່ງມຶນເມົາ, ຂັບລົດໃນເວລາມຶນເມົາ.

    ຖ້າຫາກວ່າຜູ້ເອົາປະກັນໄພຊີວິດ ໄດ້ຮັບການພິການຖາວອນທັງໝົດ ທີ່ເກີດຂຶ້ນໂດຍທາງກົງ ຫຼື ທາງອ້ອມ ຕາມຂໍ້ ກ ຫາ ຈ, ບໍລີສັດ ຈະຈ່າຍຄືນຄ່າທໍານຽມທັງໝົດ ໂດຍບໍ່ຄິດໄລ່ດອກເບ້ຍໃຫ້ຜູ້ໄດ້ຮັບການປະກັນໄພຊີວິດ. ໃນການຈ່າຍຄືນຄ່າທໍານຽມ ບໍລິສັດ ມີສິດຫັກໜີ້ທີ່ຜູ້ໄດ້ຮັບການປະກັນໄພຊີວິດຍັງຄ້າງຈ່າຍຕາມສັນຍາເພີ່ມເຕີມ.

    ໃນກໍລະນີອຳມະພາດ, ພິການຖາວອນຕ້ອງໄດ້ຮັບການຢັ້ງຢືນຈາກໂຮງໝໍຢ່າງໄວສຸດ 180 ວັນ ແລະ ບໍ່ໃຫ້ຊ້າເກີນ 270 ວັນ ນັບຕັ້ງແຕ່ມື້ເກີດອຸບັດຕິເຫດ ໃນກໍລະນີທີ່ສູນເສຍແຂນ, ຂາ ຫຼື ຕາ ເຊິ່ງການຢັ້ງຢືນຄວນຈະປະຕິບັດໄດ້ໂດຍທັນທີ. ໃນກໍລະນີມີການສູນເສຍຖາວອນຂອງແຂນ, ຂາ ຫຼື ຕາ ສາມາດດໍາເນີນການຕາມຂໍ້ຍົກເວັ້ນທີ່ໄດ້ແຈ້ງໄວ້ດັ່ງກ່າວໄດ້ທຸກເວລາ.

ສັນຍາເພີ່ມເຕີມຊົດເຊີຍຄ່າປ່ວຍການ (HB)

ຄຸ້ມຄອງໄດ້ເຖິງ 5 ປະເທດດັ່ງນີ້ : ລາວ, ໄທ, ກຳປູເຈຍ, ຫວຽດນາມ, ມຽນມາ.
  • ເງື່ອນໄຂການປະກັນ ( Conditions )

    ລາຍລະອຽດມີດັ່ງນີ້:

    • ອາຍຸທີ່ຮັບປະກັນໄພໄດ້ : 18 ປີ - 65 ປີ (ຄຸ້ມຄອງຈົນເຖິງອາຍຸ 65 ປີ).
    • ຜົນປະໂຫຍດຊົດເຊີຍລາຍວັນຕັ້ງແຕ່ : 100,000 ກີບ – 800,000 ກີບ ທັງນີ້ເປັນໄປຕາມຫຼັກເກນ ແລະ ສິດທິໃນການຂາຍສັນຍາເພີ່ມເຕີມສຸຂະພາບ.
    • ໄລຍະເວລາເອົາປະກັນໄພ : ບໍ່ເກີນໄລຍະເວລາຂອງການເອົາປະກັນໄພຫຼັກ.
    • ການຈ່າຍຄ່າທໍານຽມປະກັນໄພ : ລາຍປີ, ລາຍ 6 ເດືອນ, ລາຍ 3 ເດືອນ, ລາຍເດືອນ. ສັນຍາເພີ່ມເຕີມນີ້ສາມາດຊື້ພ້ອມກັນກັບສັນຍາປະກັນໄພຫຼັກໃໝ່ ແລະ ສັນຍາປະກັນໄພຫຼັກເກົ່າທີ່ຍັງມີຜົນບັງຄັບໃຊ້ຢູ່.
    • ການກວດສຸຂະພາບ ກໍລະນີຊື້ພ້ອມສັນຍາປະກັນໄພຫຼັກ ຈະພິຈາລະນາຈາກຈໍານວນເງິນເອົາປະກັນໄພຫຼັກ ແລະ ການຖະແຫລງກ່ຽວກັບສຸຂະພາບ.
    • ອັດຕາຄ່າທຳນຽມປະກັນໄພ : ປັບຂື້ນຕາມອາຍຸ.
  • ຫຼັກເກນ ການຮັບປະກັນກຸ່ມສັນຍາເພີ່ມເຕີມການປະກັນສຸຂະພາບ.

    ລາຍລະອຽດມີດັ່ງນີ້:

    • ກຸ່ມສັນຍາເພີ່ມເຕີມການປະກັນສຸຂະພາບ.
    • - ປະເພດສັນຍາສຸຂະພາບແຍກຄ່າໃຊ້ຈ່າຍ.

      - ສັນຍາສຸຂະພາບແບບວົງເງິນແນ່ນອນ.

    • ຜູ້ຂໍເອົາປະກັນໄພ ຈະຕ້ອງມີສຸຂະພາບຢູ່ໃນເກນມາດຕະຖານ ບໍ່ມີສ່ວນໃດໜຶ່ງພິການ ແລະ ບໍ່ມີໂລກປະຈຳຕົວ.
    • ການກວດສຸຂະພາບ ໃຊ້ຫຼັກເກນການກວດສຸຂະພາບຂອງແບບປະກັນໄພຫຼັກຂອງບໍລິສັດ.
    • ຜູ້ເອົາປະກັນ ຕ້ອງມີການຕອບຄຳຖາມສຸຂະພາບ ແລະ ຜ່ານເກນການພິຈາລະນາຕາມເງື່ອນໄຂທີ່ບໍລິສັດກຳນົດ.
    • ສັນຍາເພີ່ມເຕີມສຸຂະພາບພ້ອມກັບສັນຍາຫຼັກໃໝ່ ແລະ ການຊື້ສັນຍາເພີ່ມເຕີມສຸຂະພາບຊ້ອນທ້າຍສັນຍາຫຼັກເກົ່າ ທັງນີ້ຫຼັກເກນການກວດສຸຂະພາບເປັນດັ່ງນີ້:
  • ໄລຍະເວລາລໍຄອຍການຄຸ້ມຄອງ ແລະ ການຍົກເວັ້ນການຄຸ້ມຄອງ.

  • ໂຮງໝໍຮ່າໂນ້ຍ - ວຽງຈັນ

    ໂທ: 030 996 6999
    ຖ ໄກສອນພົມວິຫານ, ບ ຈອມມະນີ, ມ ໄຊເສດຖາ, ນະຄອນຫຼວງວຽງຈັນ
  • ໂຮງໝໍລາວ-ອາຊຽນ

    ໂທ: 021 330374
    ຖ ກຳແພງເມືອງ, ບ ດອນກອຍ, ມ ສີສັດຕະນາກ, ນະຄອນຫຼວງວຽງຈັນ
  • ສູນການແພດ ອາລິອັນ

    ໂທ: 021 513095
    ບ ວັດໄຕ, ມ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
  • ຄຣິນິກລາວ-ຫວຽດ

    ໂທ: 021 353493
    ບ ສະພານທອງໄຕ້, ມ ສີສັດຕະນາກ, ນະຄອນຫຼວງວຽງຈັນ
  • ຕຶກສາກົນ ແຂວງຈຳປາສັກ

    ໂທ: 031 214 712 ; 020 9818 8734
    ຖ ສາລາຂຽນດົງຈອງ, ບ ໂພນກຸງ, ມ ປາກເຊ, ຂ ຈຳປາສັກ

ສັນຍາເພີ່ມເຕີມປະກັນໄພສຸຂະພາບແບບແຍກຄ່າໃຊ້ຈ່າຍ (H&S)

ຄຸ້ມຄອງໄດ້ເຖິງ 5 ປະເທດດັ່ງນີ້ : ລາວ, ໄທ, ກຳປູເຈຍ, ຫວຽດນາມ, ມຽນມາ.
  • ເງື່ອນໄຂການປະກັນ ( Conditions )

    ລາຍລະອຽດມີດັ່ງນີ້:

    • ອາຍຸທີ່ຮັບປະກັນໄພໄດ້ : 30 ວັນ - 65 ປີ.
    • ຜົນປະໂຫຍດຕາມແຜນຂອງສັນຍາ : ມີຕັ້ງແຕ່ແຜນທີ 1 ຮອດ ແຜນທີ 7.
    • ໄລຍະເວລາການເອົາປະກັນໄພ : ບໍ່ເກີນໄລຍະເວລາຂອງການເອົາປະກັນໄພຫຼັກ.
    • ການຈ່າຍຄ່າທຳນຽມປະກັນໄພ : ລາຍປີ, ລາຍ 6 ເດືອນ, ລາຍ 3 ເດືອນ ແລະ ລາຍເດືອນ.
    • ສັນຍາເພີ່ມເຕີມນີ້ສາມາດຊື້ແນບທ້າຍສັນຍາປະກັນໄພຫຼັກໃໝ່ ແລະ ສັນຍາປະກັນໄພຫຼັກເກົ່າທີ່ຍັງມີຜົນບັງຄັບຢູ່.
    • ການກວດສຸຂະພາບ ກໍລະນີຊື້ພ້ອມສັນຍາປະກັນໄພຫຼັກ ຈະພິຈາລະນາຈາກຈໍານວນວົງເງິນເອົາປະກັນໄພຫຼັກ.
  • ຜົນປະໂຫຍດ ແລະ ຄວາມຄຸ້ມຄອງ.

  • ໄລຍະເວລາລໍຄອຍການຄຸ້ມຄອງ ແລະ ການຍົກເວັ້ນການຄຸ້ມຄອງ.