• ຄຸ້ມຄອງທົ່ວໂລກອຸ່ນໃຈຕະຫຼອດ 24 ຊົ່ວໂມງ.

  • ຄຸ້ມຄອງຄ່າໃຊ້ຈ່າຍໃນການຮັກສາທີ່ເກີດຈາກອຸບັດຕິເຫດ.

  • ຄຸ້ມຄອງການເສຍຊີວິດທີ່ເກີດຈາກອຸບັດຕິເຫດ.

  • ປະກັນອຸປະຕິເຫດສ່ວນບຸກຄົນ (PA)

  • ປະກັນອຸປະຕິເຫດສ່ວນບຸກຄົນ ST Smile (ATM)

  • ປະກັນອຸປະຕິເຫດສໍາລັບເດັກນ້ອຍ

  • ປະກັນອຸບັດຕິເຫດສໍາລັບຄອບຄົວ

  • ປະກັນອຸປະຕິເຫດສ່ວນບຸກຄົນ PA MICRO

  • PA MICRO ສໍາລັບກຸ່ມອາຊີບຂັ້ນ 3

  • ຜົນປະໂຫຍດ ແລະ ຄວາມຄຸ້ມຄອງ

    ລາຍລະອຽດມີດັ່ງນີ້:

    • ປະກັນໄພອຸປະຕິເຫດຄຸ້ມຄອງການເສຍຊີວິດ ແລະ ພິການຖາວອນທຸກກໍລະນີທີ່ເກີດຈາກອຸບັດຕິເຫດ, ຄຸ້ມຄອງທົ່ວໂລກ ຕະຫຼອດ 24 ຊົ່ວໂມງ.
    • ຄຸ້ມຄອງເຫດການທີ່ເກີດຂຶ້ນຢ່າງກະທັນຫັນຈາກປັດໃຈພາຍນອກຮ່າງກາຍ ເຮັດໃຫ້ຜູ້ໄດ້ຮັບປະກັນໄພບາດເຈັບທາງຮ່າງກາຍ ເຊິ່ງເປັນຜົນໂດຍກົງຈາກອຸບັດຕິເຫດ ໂດຍຜູ້ໄດ້ຮັບປະກັນໄພບໍ່ໄດ້ເຈດຕະນາ.
    • ເສຍຊີວິດ ແລະ ພິການຖາວອນ: ຄຸ້ມກັນຄວາມສູນເສຍ ຫຼື ຄວາມເສຍຫາຍທີ່ເນື່ອງມາຈາກການບາດເຈັບທາງດ້ານຮ່າງກາຍຂອງຜູ້ໄດ້ຮັບປະກັນໄພ ໂດຍອຸບັດຕິເຫດ ແລະ ເຮັດໃຫ້ຜູ້ໄດ້ຮັບປະກັນໄພເສຍຊີວິດ, ສູນເສຍອະໄວຍະວະ ຫຼື ພິການຖາວອນທັງໝົດພາຍໃນ 180 ວັນ ນັບແຕ່ວັນທີເກີດອຸບັດຕິເຫດເຊັ່ນ:
    • - ການອາບນໍ້າ ລວມເຖິງການເຂົ້າ-ອອກ ຈາກຫ້ອງນໍ້າໂດຍຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ອື່່ນ.

      - ການນຸ່ງເຄື່ອງ ຫຼື ຖອດເຄື່ອງນຸ່ງ ໂດຍຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ອື່ນ.

      - ການກິນເຂົ້າ ໂດຍຕ້ອງຮັບຄວາມຊ່ວຍເຫຼືອຈາກຜູ້ອື່ນ.

      - ການຂັບຖ່າຍ ໂດຍບໍ່ສາມາດຄວບຄຸມລະບົບການຂັບຖ່າຍອາຈົມ ແລະ ຍ່ຽວ.

      - ການເຄື່ອນຍ້າຍ ຂຶ້ນ-ລົງ ຈາກຕຽງ ຫຼື ການເຂົ້າ-ອອກ ຈາກຫ້ອງນໍ້າ ໂດຍຕ້ອງຮັບຄວາມຊ່ວຍເຫຼືອຈາກຜູ້ອື່ນ ຫຼື ການເຄື່ອນຍ້າຍຈາກບ່ອນໜຶ່ງໄປຫາບ່ອນໜຶ່ງ ໂດຍບໍ່ມີໂຕ໋ະ, ມີລໍ້ສໍາລັບຄົນພິການ.

  • ເງື່ອນໄຂການປະກັນໄພ

    ອາຍຸຂອງຜູ້ເອົາປະກັນໄພເປັນໄປຕາມເງື່ອນໄຂແຜນປະກັນໄພທີ່ເລືອກຊື້.

    ກຸ່ມອາຊີບທີ່ເອົາປະກັນໄພ:

    • ກຸ່ມອາຊີບຂັ້ນ 1 ພະນັກງານຫ້ອງການທີ່ເຮັດວຽກຄວາມສ່ຽງຕໍ່າເຊັ່ນ: ນັກບັນຊີ, ຄູ, ຄ້າຂາຍ, ເຈົ້າຂອງກິດຈະການ, ນັກອອກແບບ, ຜູ້ພິພາກສາ, ແມ່ບ້ານ, ນັກບວດ, ນັກວິຊາການ ......
    • ກຸ່ມອາຊີບຂັ້ນ 2 ພະນັກງານບໍ່ປະຈໍາຫ້ອງການ ແລະ ອາຊີບອິດສະຫຼະເຊັ່ນ: ຊ່າງພາບ, ນັກຮຽນ, ຊ່າງຕັດເສື້ອ, ເສີມສວຍ, ຕໍາຫຼວດປະຈໍາຫ້ອງການ, ທະຫານປະຈໍາຫ້ອງການ, ນັກເຄມີ (ບໍ່ໄດ້ເຮັດການທົດລອງ), ນັກຂ່າວ, ແມ່ຄົວ, ໝໍ ........

    ກຸ່ມອາຊີບທີ່ບໍ່ຮັບປະກັນ:

    • ກຸ່ມອາຊີບຂັ້ນ 3 ພະນັກງານສະໜາມເຊັ່ນ: ຊ່າງກໍ່ສ້າງ , ກໍາມະກອນຮັບຈ້າງທົ່ວໄປ, ຊ່າງໄມ້, ຜູ້ປະຕິບັດງານຢູ່ບ່ອນທີ່ສູງ, ຜູ້ຄວບຄຸມເຄື່ອງຈັກ, ນັກມວຍ, ນັກບິນ ........
    • ກຸ່ມອາຊີບຂັ້ນ 4 ນັກກິລາແຂ່ງເປັນອາຊີບເຊັ່ນ: ແຂ່ງລົດ, ລົດຖີບ, ແຂ່ງເຮືອ, ແຂ່ງມ້າ.....
  • ການຍົກເວັ້ນການຄຸ້ມຄອງ

    ລາຍລະອຽດມີດັ່ງນີ້:

    • ການກະທຳຂອງຜູ້ເອົາປະກັນໄພຂະນະທີ່ຢູ່ພາຍໃຕ້ສິ່ງມຶນເມົາ, ສານເສບຕິດ(ໂດຍມີແອລກໍຮໍໃນເລືອກຕັ້ງແຕ່ 150 ມິລລີກຣາມເປີເຊັນຂື້ນໄປ).
    • ການຂ້າຕົວຕາຍ, ພະຍາຍາມຂ້າຕົວຕາຍ ຫຼື ທຳຮ້າຍຮ່າງກາຍຕົນເອງ.
    • ການລຸລູກ.
    • ການປົວແຂ້ວ,ການຮັກສາຮາກແຂວ, ການປ່ຽນ ຫຼື ໃສ່ແຂ້ວທຽມ ຍົກເວັນການຮັກສາເບຶ້ອງຕົ້ນ ທີ່ສຶບເນື່ອງມາຈາກອຸບັດຕິເຫດ.
    • ຂະນະທີ່ຜູ້ເອົາປະກັນໄພລ່າສັດໃນປ່າ, ແຂ່ງລົດ, ຫຼື ແຂ່ງເຮືອທຸກຊະນິດ, ແຂ່ງມ້າ, ຫຼິ້ນ ຫຼື ຂີ່ສະກີ, ເຈັກສກີທຸຊະນິດ, ແຂ່ງສະເກັດ, ຕີມວຍ, ໂດດຈ້ອງ(ເວັ້ນແຕ່ການໂດດຈ້ອງເພື່ອຮັກສາຊີວິດ) ແລະ ອື່ນໆ.
    • ການປວດຫຼັງອັນມີສາເຫດມາຈາກ ໝອນຮອງກະດູກສັນຫຼັງທັບເສັ້ນປະສາດ (Disc Herniation), ກະດູກສັນຫຼັງເຄື່ອນ (Spondylolisthesis) ກະດູກເສື່ມ (Degeneration) ຫຼື (Spondylosis), ກະດູກສັນຫຼັງອັກເສບ (Spondylitis) ແລະ ພາວະ Spondyloly ເວັ້ນແຕ່ການແຕກຫັກ (Fracture) ຫຼື ເຄື່ອນ (Dislocation) ຂອງກະດູກສັນຫຼັງອັນເນື່ອງມາຈາກອຸບັດຕິເຫດ.
    • ສົງຄາມ (ບໍ່ວ່າຈະປະກາດ ຫຼື ບໍ່ກໍ່ຕາມ), ການຮຸກຮານ, ການກະກຳຂອງສັດຕູຕ່າງຊາດ, ສົງຄາມການເມືອງ, ການປະຕິວັດ, ການກະບົດ, ການທີ່ປະຊາຊົນກໍ່ຄວາມວຸ້ນວາຍເຖິງຂັ້ນລຸກຮື້ຂື້ນຕໍ່ຕ້ານລັດຖະບານ, ການຈະລາຈົນ ແລະ ການນັດຢຸດງານ.
    • ອາວຸດນິວເຄຼຍ,ການແຜ່ລັງສີ, ການແຜ່ກຳມັນຕະພາບລັງສີຈາກເຊື້ອໄຟນິວເຄຼຍ, ຈາກກາກນິວເຄຼຍໃດໆ ອັນເນື່ອງມາຈາກການເຜົາໄໝ້ຂອງເຊື້ອໄຟນິວເຄຼຍ ແລະ ຈາກກຳມະວິທີໃດໆ ຈາກການແຕກແຍກທາງນິວເຄຼຍ ຊຶ່ງດຳເນີນການຕິດຕໍ່ກັນໄປໂດຍຕົວຂອງມັນເອງ.
    • ໃນຂະນະທີ່ຜູ້ເອົາປະກັນໄພເຂົ້າຮ່ວມການອາລະວາດຕີກັນ ຫຼື ມີສ່ວນຍຸແຍ່ໃຫ້ເກີດການອາລະວາດດັ່ງກ່າວ.
    • ໃນຂະນະທີ່ຜູ້ເອົາປະກັນໄພກໍ່ອາດສະຍາກຳທີ່ມີຄວາມຜິດຮ້າຍແຮງ, ໃນລະຫວ່າງທີ່ຖືກຈຳຄຸກ ຫຼື ຫຼົບໜີຈາກການຈັບກຸ່ມ.
    • ຂະນະທີ່ຜູ້ເອົາປະກັນໄພປະຕິບັດໜ້າທີ່ເປັນທະຫານ, ຕຳຫຼວດ, ອາສາສະໝັກ ແລະ ເຂົ້າຮ່ວມໃນການປະຕິບັດການໃນສົງຄາມ ຫຼື ການປາບປາມ ແຕ່ຫາກການເຂົ້າຮ່ວມປະຕິບັດການນັ້ນເກີນ 30 ວັນ. ບໍລິສັດຈະສົ່ງຄືນຄ່າທຳນຽມປປະກັນໄພຕັ້ງແຕ່ໄລຍະເວລາທີ່ເຂົ້າຮ່ວມປະຕິບັດການສົງຄາມ ຫຼື ການປາບປາມນັ້ນ ຈົນເຖິງວັນສິ້ນສຸດປະຕິບັດການນັ້ນ ສ່ວນຫຼັງຈາກນັ້ນສັນຍາປະກັນໄພຈະມີຜົນບັງຄັບຕໍ່ໄປຈົນສິ້ນສຸດໄລຍະເວລາປະກັນໄພທີ່ກຳນົດໄວ້ໃນຕາຕະລາງສັນຍາປະກັນໄພ.
  • ຫມາຍເຫດ:

    ລາຍລະອຽດມີດັ່ງນີ້:

    • ການເຮັດປະກັນໄພບໍ່ແມ່ນການຝາກເງິນ ກໍລະນີຍົກເລີກສັນຍາປະກັນໄພ ກ່ອນກຳນົດລູກຄ້າອາດຈະບໍ່ໄດ້ຮັບຄ່າທຳນຽມປະກັນໄພຄືນເຕັມຈໍານວນ.
    • ຜູ້ຊື້ຄວນເຮັດຄວາມເຂົ້າໃຈລາຍລະອຽດໃນການຄຸ້ມຄອງ ແລະ ເງື່ອນໄຂໃນການເຮັດປະກັນໄພທຸກຄັ້ງ.
    • ທະນາຄານເປັນພຽງຕົວແທນທີ່ແນະນໍາ ແລະ ບໍລິການໃຫ້ລູກຄ້າສາມາດເຂົ້າເຖິງການປະກັນໄພເທົ່ານັ້ນ ໂດຍເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂຂອງບໍລິສັດ ເອັສທີ-ເມືອງໄທ ປະກັນໄພ.