ຂໍ້ມູນກ່ຽວກັບ
    ປະກັນໄພທີ່ຄຸ້ມຄອງບຸກຄົນທີສາມ ຫຼື ຄູ່ກໍລະນີ, ຖ້າກໍລະນີເກີດອຸປະຕິເຫດ ບໍລິສັດປະກັນໄພ ຈະຊົດໃຊ້ຄວາມເສຍຫາຍໃຫ້ແກ່ບຸກຄົນທີສາມທີ່ລູກຄ້າເຮົາກໍ່ຄວາມເສຍຫາຍໃຫ້ (ກໍລະນີລູກຄ້າເປັນຜູ້ຜິດ), ສ່ວນລົດຂອງລູກຄ້າແມ່ນລູກຄ້າຈະໄດ້ຮັບຜິດຊອບສ້ອມແປງເອງ.
  • ລາຍລະອຽດຂອງການຄຸ້ມຄອງ

  • ການຍົກເວັ້ນການຄຸ້ມຄອງ

    ລາຍລະອຽດມີດັ່ງນີ້:

    • ໃບອະນຸຍາດຂັບຂີ່ບໍ່ຖືກຕ້ອງ (ໝົດກໍານົດ, ຖືກໂຈ໋ະ).
    • ໃບອະນຸຍາດຂັບຂີ່ບໍ່ຖືກຕ້ອງຕາມປະເພດ.
    • ຜູ້ຂັບຂີ່ຢູ່ໃນອາການມຶນເມົາຈາກການດື່ມເຫລົ້າ ຫລື ສານເສບຕິດ ແລ້ວເປັນຕົ້ນເຫດຂອງການເກີດອຸບັດຕິເຫດໃນເວລາຂັບຂີ່.
  • ຫມາຍເຫດ:

    ລາຍລະອຽດມີດັ່ງນີ້:

    • ການເຮັດປະກັນໄພບໍ່ແມ່ນການຝາກເງິນ ກໍລະນີຍົກເລີກສັນຍາປະກັນໄພ ກ່ອນກຳນົດລູກຄ້າອາດຈະບໍ່ໄດ້ຮັບຄ່າທຳນຽມປະກັນໄພຄືນເຕັມຈໍານວນ.
    • ຜູ້ຊື້ຄວນເຮັດຄວາມເຂົ້າໃຈລາຍລະອຽດໃນການຄຸ້ມຄອງ ແລະ ເງື່ອນໄຂໃນການເຮັດປະກັນໄພທຸກຄັ້ງ.
    • ທະນາຄານເປັນພຽງຕົວແທນທີ່ແນະນໍາ ແລະ ບໍລິການໃຫ້ລູກຄ້າສາມາດເຂົ້າເຖິງການປະກັນໄພເທົ່ານັ້ນ ໂດຍເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂຂອງບໍລິສັດ ເອັສທີ-ເມືອງໄທ ປະກັນໄພ.