ລາຍລະອຽດວຽກງານ:
ດູແລຂະບວນການຂາຍທົ່ວລະບົບ ຕັ້ງແຕ່ການສ້າງລຸກຄ້າເປົ້າໝາຍຈົນຮອດການປິດການຂາຍ ແລະ ການບໍລິຫານຄວາມສຳພັນກັບລູກຄ້າ;
ຂັບເຄື່ອນການເຈາະຕະຫຼາດກຸ່ມເປົ້າໝາຍສຳຄັນ ໂດຍເນັ້ນກຸ່ມລູກຄ້າບຸກຄົນລາຍໃຫຍ່ ແລະ ນິຕິບຸກຄົນ ຂະໜາດນ້ອຍ-ກາງ;
ວິເຄາະແນວໂນ້ມຕະຫຼາດ ກິດຈະກຳຄູ່ແຂ່ງ ແລະ ຄວາມຕ້ອງການຂອງລຸກຄ້າເພື່ອລະບຸໂອກາດທາງທຸລະກິດ ໃໝ່ໆ;
ສ້າງ ແລະ ຮັກສາຄວາມສຳພັນທີ່ດີແບບຍືນຍົງກັບລູກຄ້າ;
ຮ່ວມມືຢ່າງໃກ້ຊິດ ກັບ ຂະແໜງການຕະຫຼາດ ແລະ ພັດທະນາຜະລິດຕະພັນ ພ້ອມກັບພະແນກອື່ນໆທີ່ກ່ຽວຂ້ອງໃນການດຳເນີນການສູ່ຕະຫຼາດ ຫຼື ກຸ່ມລູກຄ້າທີ່ມີປະສິດທິພາບ;
ບໍລິຫານ, ຄາດຄະເນ ແລະ ວາງແຜນງົບປະມານດ້ານການຂາຍໃຫ້ມີປະສິດທິພາບ.
ໜ້າທີ່ຮັບຜິດຊອບ ແລະ ຄວາມຮູ້
- ວິເຄາະກຸ່ມລູກຄ້າເປົ້າໝາຍ ໃຫ້ຖືກຕາມຜະລິດຕະພັນທະນາຄານ;
- ພັດທະນາ ແລະ ດຳເນີນກົນລະຍຸດການຂາຍໃຫ້ຄວບຄຸມສອດຄ່ອງກັບຈຸດປະສົງ;
- ນຳທີມຝຶກສອນ ແລະ ບໍລິຫານທີມງານຂາຍໃຫ້ບັນລຸ ແລະ ເກີນເປົ້່າໝາຍການຂາຍ;
ຄວາມຕ້ອງການ:
- ເງື່ອນໄຂ:
- ເພດ: ຊາຍ ຫຼື ຍິງ ອາຍຸ 25 ປີ ຂຶ້ນໄປ;
- ມີໃບປະກາດຈົບປະລິນຍາຕີຂື້ນໄປສາຂາເສດຖະສາດ, ບໍລິຫານທຸລະກິດ, ການຕະຫຼາດ ຫຼື ສາຂາທີ່ກ່ຽວຂ້ອງ;
- ມີປະສົບການເຮັດວຽກຢ່າງໜ້ອຍ 5 ປີ ດ້ານການຂາຍ ຫຼື ການຕະຫຼາດ;
- ມີບຸກຄະລິກກະພາບດີ;
- ມີທັກສະໃນການສື່ສານ ແລະ ມີມະນຸດສຳພັນດີ;
- ສາມາດສື່ສານພາສາຕ່າງປະເທດ ເວົ້າ ແລະ ຂຽນໄດ້ໃນລະດັບດີ.
ເອກະສານປະກອບມີ:
- ໃບສະໝັກວຽກ :ຈາກທະນາຄານເອັສທີ.
- ໃບຊີວະປະຫວັດ: : CV ເປັນພາສາອັງກິດ.
- ໃບຢັ້ງຢືນການສຶກສາ :ສຳເນົາໃປປະກາດ, ໃບຄະແນນ ແລະ ໃບຢັ້ງຢືນການສຶກສາຕ່າງໆ ກ໊ອບປີ້ສີ.
- ໃບຢັ້ງຢືນການເຮັດວຽກ :ໃບຢັ້ງຢືນການເຮັດວຽກ ຫຼື ໃບຢັ້ງຢືນການຝຶກງານ.
- ຮູບ :3x4 ຈຳນວນ 02 ໃບ (ຕ້ອງບໍ່ເກີນ 03 ເດືອນ).
ຫົວໜ້າຂະແໜງ
ການຕະຫຼາດ ແລະ ພັດທະນາຜະລິດຕະພັນ
ສຳນັກງານໃຫຍ່
-
ຈຳນວນຄົນເຂົ້າເບີ່ງ
0 ຄັ້ງ
-
ເປີດຮັບສະໝັກ
08-07-2025
-
ປິດຮັບສະໝັກ
25-07-2025
-
ຈຳນວນວັນທີ່ປິດຮັບສະໝັກ
-25 ມື້