ລາຍລະອຽດວຽກງານ:

ທະນາຄານ ເອັສທີ ຈໍາກັດ ເປັນທະນາຄານຂອງຄົນລາວ 100% ປະຈຸບັນທາງທະນາຄານ ເອັສທີ ຈໍາກັດ ໄດ້ມີການຂະຫຍາຍສາຂາ ແລະ ໜ່ວຍບໍລິການ ທັງພາຍໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງເພີ້ມຂື້ນຈຳນວນຫລາຍ ດັ່ງນັ້ນ: ຈື່ງຕ້ອງການພະນັກງານເພື່ອບັນຈຸເຂົ້າຮັບໃຊ້ວຽກງານວິຊາສະເພາະ ຈໍານວນ 02 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ ແລະ ຄວາມຮູ້

  • ແຈ້ງລາຍລະອຽດຕອນສຳພາດ

ຄວາມຕ້ອງການ:

  • ເພດຊາຍ ອາຍຸ : 21 - 35 ປີ
  • ລະດັບການສຶກສາ : ຈົບປະລິນຍາຕີຂື້ນໄປ ດ້ານການເງິນ - ການບັນຊີ, ການທະນາຄານ, ເສດຖະສາດ, ບໍລິຫານທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ
  • ມີຄະແນນວິຊາສະເພາະ: CGPA ສະເລ່ຍ 2.5 ຂື້ນໄປ
  • ມີປະສົບການໃນການເຮັດວຽກ ທະນາຄານ ມາກ່ອນ ຈະພິຈາລະນາເປັນພິເສດ
  • ມີຄວາມຮູ້ດ້ານພາສາອັງກິດ ( ຂຽນອ່ານ-ເຂົ້າໃຈ ໄດ້ເປັນຢ່າງດີ )
  • ມີຄວາມຮູ້ໃນການນຳໃຊ້ຄອມພິວເຕີເປັນຢ່າງດີ ( Microsoft Office )
  • ມີບຸກຄະລິກກະພາບ ແລະ ມະນຸດສຳພັນດີ
  • ມີສຸຂະພາບແຂງແຮງ, ສາມາດເຮັດວຽກນອກເວລາ ຫຼື ໄປວຽກຕ່າງແຂວງໄດ້
  • ມີຄວາມອົດທົນ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານສູງ, ມີທັກສະໃນການສື່ສານ ແລະ ເຮັດວຽກເປັນທີມໄດ້ດີ

ເອກະສານປະກອບມີ:

  • ໃບສະໝັກວຽກ :ຈາກທະນາຄານເອັສທີ.
  • ໃບຊີວະປະຫວັດ: : CV ເປັນພາສາອັງກິດ.
  • ໃບຢັ້ງຢືນການສຶກສາ :ສຳເນົາໃປປະກາດ, ໃບຄະແນນ ແລະ ໃບຢັ້ງຢືນການສຶກສາຕ່າງໆ ກ໊ອບປີ້ສີ.
  • ໃບຢັ້ງຢືນການເຮັດວຽກ :ໃບຢັ້ງຢືນການເຮັດວຽກ ຫຼື ໃບຢັ້ງຢືນການຝຶກງານ.
  • ຮູບ :3x4 ຈຳນວນ 02 ໃບ (ຕ້ອງບໍ່ເກີນ 03 ເດືອນ).

ວິຊາການ

ຄັງເງິນ

ສາຂາປາກເຊ

  • ຈຳນວນຄົນເຂົ້າເບີ່ງ

    0 ຄັ້ງ

  • ເປີດຮັບສະໝັກ

    28-07-2025

  • ປິດຮັບສະໝັກ

    08-08-2025

  • ຈຳນວນວັນທີ່ປິດຮັບສະໝັກ

    -11 ມື້