ລາຍລະອຽດວຽກງານ:
ແຈ້ງລາຍລະອຽດຕອນສຳພາດ
ໜ້າທີ່ຮັບຜິດຊອບ
- ມີປະສົບການໃນການພັດທະນາໂປແກຼມມາກ່ອນ
- ຮູ້ນຳໃຊ້ໃນລະດັບດີ ໃນພາສາ Programming Language ໃດໜຶ່ງ: Go, JAVA, C#, .NET Core, Python, PHP, Javascript
- ສາມາດນຳໃຊ້ຖານຂໍ້ມູນເຊັ່ນ: MySQL, MS SQL Server, Oracle Database ຫຼື ຖານຂໍ້ມູນອື່ນໆໄດ້
- ສາມາດພັດທະນາ Application ນຳໃຊ້ພາສາ JAVA, Python ຫຼື Go ໄດ້ໃນລະດັບດີ ຫລື ມີຜົນງານສາມາດພັດທະນາ Web-API ເພື່ອເຊື່ອມຕໍ່ກັບ Mobile Application ຍິ່ງເປັນການດີ
- ຖ້າມີປະສົບການໃນການພັດທະນາໃຊ້ພາສາ Go Lang & Gin-Gonic framework, Java & Java Microservice with Spring boot ແລະ Node js ໃນການພັດທນະນາ Web-API ເພື່ອເຊື່ອມຕໍ່ລະບົບພາຍໃນ ແລະ Third-Party ຈະພິຈາລະນາພິເສດ.
ເງື່ອນໄຂຜູ້ສະໜັກ:
- ບໍ່ຈຳກັດເພດ ອາຍຸບໍ່ເກີນ 35 ປີ;
- ມີໃບປະກາດຈົບຊັ້ນສູງຂຶ້ນໄປ ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (ໄອທີ), ວິທະຍາສາດຄອມພິວເຕີ ຫລື ສາຂາ ທີ່ກ່ຽວຂ້ອງກັບການພັດທະນາ ໂປຣແກຼມ ຈາກພາຍໃນ ຫຼື ຕ່າງປະເທດ;
- ມີຄະແນນໃນວິຊາທີ່ກ່ຽວຂ້ອງກັບການພັດທະນາໂປຼແກຼມໃນລະດັບດີ;
- ສາມາດສື່ສານພາສາອັງກິດໃນລະດັບດີ (ຟັງ, ເວົ້າ, ອ່ານ,ຂຽນ)
- ມີຄວາມຄິດສ້າງສັນ ຫຼື ມີຜົນງານກ່ຽວກັບການພັດທະນາໂປຼແກຼມ;
- ມີຄວາມມັກໃນວຽກງານການພັດທະນາໂປຼແກຼມ ແລະ ມີຄວາມຮັບຜິດຊອບສູງ, ສາມາດເຮັດວຽກນອກໂມງໄດ້;
- ສາມາດເຮັດວຽກເປັນທີມໄດ້.
ເອກະສານປະກອບມີ:
- ໃບສະໝັກວຽກ :ຈາກທະນາຄານເອັສທີ.
- ໃບຊີວະປະຫວັດ: : CV ເປັນພາສາອັງກິດ.
- ໃບຢັ້ງຢືນການສຶກສາ :ສຳເນົາໃປປະກາດ, ໃບຄະແນນ ແລະ ໃບຢັ້ງຢືນການສຶກສາຕ່າງໆ ກ໊ອບປີ້ສີ.
- ໃບຢັ້ງຢືນການເຮັດວຽກ :ໃບຢັ້ງຢືນການເຮັດວຽກ ຫຼື ໃບຢັ້ງຢືນການຝຶກງານ.
ວິຊາການ
Back-End
ສຳນັກງານໃຫຍ່
-
ເປີດຮັບສະໝັກ
02-09-2025
-
ປິດຮັບສະໝັກ
12-09-2025
-
ຈຳນວນວັນທີ່ປິດຮັບສະໝັກ
-30 ມື້