ລາຍລະອຽດວຽກງານ:

ພະນັກງານວິຊາການ Call Center ຈໍານວນ 03 ທ່ານ

ລາຍລະອຽດວຽກງານແມ່ນແຈ້ງຕອນສຳພາດ

ໜ້າທີ່ຮັບຜິດຊອບ

  • ສະໜອງຂໍ້ມູນຜະລິດຕະພັນຂອງທະນາຄານໃຫ້ລູກຄ້າ.
  • ແກ້ໄຂບັນຫາບັດ ATM ບຼັອກໃຫ້ລູກຄ້າ.
  • ແນະນໍາລູກຄ້າຕັ້ງແອັບຜ່ານທາງ WhatsApp ແລະ ແກ້ໄຂບັນຫາ ERROR ຕ່າງໆ.
  • ຮັບເລື່ອງຈາກລູກຄ້າ ແລະ ສົ່ງຕໍ່ໃຫ້ພະແນກທີ່ກ່ຽວຂ້ອງ.
  • ແນະນໍາລູກຄ້າກໍລະນີໂອນເງິນຜິດບັນຊີ ຫຼື ຖືກຕົວະ.
  • ແນະນໍາລູກຄ້າກໍລະນີໂອນເງິນບໍ່ສໍາເລັດ ແຕ່ຖືກຕັດເງິນໃນບັນຊີ (ພາຍໃນ ST Bank ແລະ ຕ່າງທະນາຄານ).
  • ແນະນໍາລູກຄ້າກໍລະນີຖອນເງິນຈາກຕູ້ ATM ບໍ່ສໍາເລັດ ແຕ່ຖືກຕັດເງິນໃນບັນຊີ (ຕູ້ພາຍໃນ ST Bank ແລະ ຕູ້ຕ່າງທະນາຄານ).
  • ແນະນໍາລູກຄ້າກໍລະນີບັດ ATM ຖືກກືນ (ຢູ່ຕູ້ພາຍໃນ ST Bank ແລະ ຕ່າງທະນາຄານ).

ເງື່ອນໄຂຜູ້ສະໜັກ:

  • ບໍ່ຈຳກັດເພດ;
  • ມີໃບປະກາດຈົບຊັ້ນສູງຂຶ້ນໄປຈາກພາຍໃນ ຫຼື ຕ່າງປະເທດ;
  • ສາມາດສື່ສານພາສາອັງກິດໃນລະດັບດີ (ຟັງ, ເວົ້າ, ອ່ານ,ຂຽນ);
  • ມີຄວາມຄິດສ້າງສັນ ຫລື ມີຜົນງານກ່ຽວກັບການບໍລິການທະນາຄານມາກ່ອນ;
  • ສາມາດເຮັດວຽກເປັນທີມ ແລະ ເຮັດວຽກລ່ວງເວລາໄດ້;
  • ມີປະສົບການກ່ຽວກັບວຽກງານການສ້ອມແປງຄອມພີວເຕີ;
  • ມີຄວາມຮູ້ ແລະ ເຂົ້າໃຈຜະລິດຕະພັນກ່ຽວກັບ ບັດ ATM ເປັນຢ່າງດີ;
  • ຮູ້ນຳໃຊ້ໂປຼແກຼມ Microsoft Office ໄດ້ໃນລະດັບດີ;
  • ມີປະສົບການດ້ານ Call Center (ພິຈາລະນາເປັນພິເສດ).

ເອກະສານປະກອບມີ:

  • ໃບສະໝັກວຽກ :ຈາກທະນາຄານເອັສທີ.
  • ໃບຊີວະປະຫວັດ: : CV ເປັນພາສາອັງກິດ.
  • ໃບຢັ້ງຢືນການສຶກສາ :ສຳເນົາໃປປະກາດ, ໃບຄະແນນ ແລະ ໃບຢັ້ງຢືນການສຶກສາຕ່າງໆ ກ໊ອບປີ້ສີ.
  • ໃບຢັ້ງຢືນການເຮັດວຽກ :ໃບຢັ້ງຢືນການເຮັດວຽກ ຫຼື ໃບຢັ້ງຢືນການຝຶກງານ.

ວິຊາການ

E-Banking

ສຳນັກງານໃຫຍ່

  • ເປີດຮັບສະໝັກ

    05-09-2025

  • ປິດຮັບສະໝັກ

    19-09-2025

  • ຈຳນວນວັນທີ່ປິດຮັບສະໝັກ

    -23 ມື້