ລາຍລະອຽດວຽກງານ:

ພະນັກງານວິຊາການ ສ້ອມແປງຕູ້ ATM Support ຈໍານວນ 01 ທ່ານ

ລາຍລະອຽດວຽກງານແມ່ນແຈ້ງຕອນສຳພາດ

ໜ້າທີ່ຮັບຜິດຊອບ

  • ກວດເຊັກ ຕູ້ ATM ທຸກໜ່ວຍ ໃຫ້ພ້ອມໃຊ້ງານ ແລະ ບໍລິການລູກຄ້າໄດ້ສະເໝີ
  • Monitor ATM capture, EJDATA, Backup EJDATA
  • ຂື້ນແຜນບຳລຸງຮັກຕູ້ຕາມແຕ່ລະໄລຍະ, ຮັບປະກັນການບຳລຸງຮັກສາຕູ້ ATM ປະຈຳປີ ໃຫ້ຢູ່ໃນມາດຕະຖານ.
  • ຮັບຜິດຊອບວຽກງານຕິດຕັ້ງຕູ້ ATM ໃໝ່ ແລະ ປະສານງານກັບຝ່າຍກ່ຽວຂ້ອງ ເພື່ອດຳເນີນງານໃຫ້ສຳເລັດຕາມເວລາກຳນົດ.
  • ແກ້ໄຂບັນຫາຕູ້ ATM ມີບັນຫາ ຢ່າງມີປະສິດທິພາບ.
  • ປະສານງານ ແລະ ສະໜອງຂໍ້ມູນໃນການແກ້ໄຂບັນຫາລູກຄ້າຖອນເງິນບໍ່ໄດ້ເງິນ (ບັດພາຍໃນ ແລະ ບັດຕ່າງທະນາຄານ).
  • ສະຫຼຸບລາຍງານປະຈຳເດືອນກ່ຽວກັບການສ້ອມແປງຕູ້ຢູ່ສຳນັກງານໃຫຍ່, ໜ່ວຍບໍລິການ ແລະ ສາຂາ.
  • ການສະໜອງເອກະສານກ່ຽວຂ້ອງຕາມການສະເໜີຂອງບໍລິສັດກວດກາພາຍນອກ, ໃນການກວດກາປະຈຳປີ.

ເງື່ອນໄຂຜູ້ສະໜັກ:

  • ເໝາະສຳລັບເພດຊາຍ;
  • ມີໃບປະກາດຈົບຊັ້ນສູງຂຶ້ນໄປດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (ໄອທີ) ວິທະຍາສາດຄອມພິວເຕີ ຫຼື ສາຂາ ທີ່ກ່ຽວຂ້ອງເສດຖະສາດ ຈາກພາຍໃນ ຫຼື ຕ່າງປະເທດ;
  • ສາມາດສື່ສານພາສາອັງກິດໃນລະດັບດີ (ຟັງ, ເວົ້າ, ອ່ານ,ຂຽນ);
  • ມີຄວາມຄິດສ້າງສັນ ຫລື ມີຜົນງານກ່ຽວກັບການບໍລິການທະນາຄານມາກ່ອນ;
  • ສາມາດເຮັດວຽກເປັນທີມ ແລະ ເຮັດວຽກລ່ວງເວລາໄດ້;
  • ມີປະສົບການກ່ຽວກັບວຽກງານການສ້ອມແປງຄອມພີວເຕີ;
  • ມີຄວາມຮູ້ ແລະ ເຂົ້າໃຈຜະລິດຕະພັນກ່ຽວກັບ ບັດATM ເປັນຢ່າງດີ;
  • ຮູ້ນຳໃຊ້ໂປຼແກຼມ Microsoft Office ໄດ້ໃນລະດັບດີ;
  • ມີປະສົບການດ້ານວຽກງານ ATM, CDM/CRM, Settlement ແລະ Reconcile (ພິຈາລະນາເປັນພິເສດ).

ເອກະສານປະກອບມີ:

  • ໃບສະໝັກວຽກ :ຈາກທະນາຄານເອັສທີ.
  • ໃບຊີວະປະຫວັດ: : CV ເປັນພາສາອັງກິດ.
  • ໃບຢັ້ງຢືນການສຶກສາ :ສຳເນົາໃປປະກາດ, ໃບຄະແນນ ແລະ ໃບຢັ້ງຢືນການສຶກສາຕ່າງໆ ກ໊ອບປີ້ສີ.
  • ໃບຢັ້ງຢືນການເຮັດວຽກ :ໃບຢັ້ງຢືນການເຮັດວຽກ ຫຼື ໃບຢັ້ງຢືນການຝຶກງານ.

ວິຊາການ

E-Banking

ສຳນັກງານໃຫຍ່

  • ເປີດຮັບສະໝັກ

    05-09-2025

  • ປິດຮັບສະໝັກ

    19-09-2025

  • ຈຳນວນວັນທີ່ປິດຮັບສະໝັກ

    -23 ມື້