ລາຍລະອຽດວຽກງານ:
ແຈ້ງລາຍລະອຽດຕອນສຳພາດ
ໜ້າທີ່ຮັບຜິດຊອບ
- ການບໍລິຫານຈັດການການອອກບັດ ATM, ອອກລະຫັດບັດ ໃຫ້ກັບສຳນັກງານໃຫຍ່ ແລະ ໜ່ວຍບໍລິການ (ໃນນະຄອນຫຼວງ);
- ພິມບັດ ແລະ ລະຫັດ ພ້ອມຈັດສົ່ງໃຫ້ທົ່ວລະບົບ;
- ຕິດຕາມ ແລະ ຄວບຄຸມດູແລວຽກງານການອອກບັດ Pre-gen ໃຫ້ສຳນັກງານໃຫຍ່ ແລະ ໜ່ວຍບໍລິການ (ໃນນະຄອນຫຼວງ);
- Capture ບັດ ແລະ Approved Post-gen card ໃຫ້ແກ່ສຳນັກງານໃຫຍ່, ສາຂາ ແລະ ໜ່ວບໍລີການ ທົ່ວລະບົບ;
- ກວດກາ ແລະ ແກ້ໄຂບັນຫາບັດນຳໃຊ້ບໍ່ໄດ້ໃຫ້ແກ່ ໜ່ວຍບໍລິການ ແລະ ທີມງານ Customer care;
- ກວດສອບລາຍການ ໃນກໍລະນີລູກຄ້າເຮັດທຸລະກຳບໍ່ໄດ້ ຫຼື ມີບັນຫາ;
- ເກັບກຳສະຖິຕິ ແລະ ລາຍງານຕ່າງໆກ່ຽວກັບການອອກບັດ ATM ແລະ ອອກລະຫັດ;
- ຈັດຝືກອົບຮົມ ແລະ ໃຫ້ຄຳແນະນຳແກ່ພະນັກງານໃນການນຳໃຊ້ລະບົບ CMS ໃນແຕ່ໄລຍະ;
- ປະສານງານ ແລະ ແກ້ໄຂບັນຫາຂອງເຄື່ອງ Embosser ໃນກໍລະນີເຄື່ອງ Embosser ມີບັນຫາ;
- ດູແລບຳລຸງຮັກສາເຄື່ອງ Embosser ໃຫ້ມີຄວາມສະຖຽນລະພາບ.
ເງື່ອນໄຂຜູ້ສະໜັກ:
- ບໍ່ຈຳກັດເພດ;
- ມີໃບປະກາດຈົບຊັ້ນສູງຂຶ້ນໄປດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (ໄອທີ) ວິທະຍາສາດຄອມພິວເຕີ ຫຼື ສາຂາ ທີ່ກ່ຽວຂ້ອງເສດຖະສາດ ຈາກພາຍໃນ ຫຼື ຕ່າງປະເທດ;
- ສາມາດສື່ສານພາສາອັງກິດໃນລະດັບດີ (ຟັງ, ເວົ້າ, ອ່ານ,ຂຽນ);
- ມີຄວາມຄິດສ້າງສັນ ຫລື ມີຜົນງານກ່ຽວກັບການບໍລິການທະນາຄານມາກ່ອນ;
- ສາມາດເຮັດວຽກເປັນທີມ ແລະ ເຮັດວຽກລ່ວງເວລາໄດ້;
- ມີປະສົບການກ່ຽວກັບວຽກງານການການອອກບັດ ຫຼື ມີພື້ນຖານກ່ຽວກັບການສ້ອມແປງຄອມພິວເຕີ;
- ມິຄວາມຮູ້ ແລະ ເຂົ້າໃຈຜະລິດຕະພັນກ່ຽວກັບ ບັດ ATM ເປັນຢ່າງດີ;
- ຮູ້ນຳໃຊ້ໂປຼແກຼມ Microsoft Office ໄດ້ໃນລະດັບດີ;
- ມີປະສົບການດ້ານວຽກງານການອອກບັດ, Settlement ແລະ Reconcile (ພິຈາລະນາເປັນພິເສດ).
ເອກະສານປະກອບມີ:
- ໃບສະໝັກວຽກ :ຈາກທະນາຄານເອັສທີ.
- ໃບຊີວະປະຫວັດ: : CV ເປັນພາສາອັງກິດ.
- ໃບຢັ້ງຢືນການສຶກສາ :ສຳເນົາໃປປະກາດ, ໃບຄະແນນ ແລະ ໃບຢັ້ງຢືນການສຶກສາຕ່າງໆ ກ໊ອບປີ້ສີ.
- ໃບຢັ້ງຢືນການເຮັດວຽກ :ໃບຢັ້ງຢືນການເຮັດວຽກ ຫຼື ໃບຢັ້ງຢືນການຝຶກງານ.
ວິຊາການ
E-Banking
ສຳນັກງານໃຫຍ່
-
ເປີດຮັບສະໝັກ
26-09-2025
-
ປິດຮັບສະໝັກ
10-10-2025
-
ຈຳນວນວັນທີ່ປິດຮັບສະໝັກ
-2 ມື້