ລາຍລະອຽດວຽກງານ:
- ຊ່ວຍວຽກບັນຊີ-ການເງີນບໍລິຫານທົ່ວໄປ
- ກວດເອກະສານໃຫ້ຄົບຖ້ວນເພື່ອວຽກບັນຊີ-ການເງີນ
- ຈັດລຽງເອກະສານ ແລະ ຄຸ້ມຄອງເອກະສານບັນຊີທຸລະກໍາ
- ເຮັດບົດລາຍງານການເງິນໃຫ້ທັນເວລາ
- ຊ່ວຍພົວພັນວຽກການເຊື່ອມຕໍ່ທຸລະກໍາຊໍາລະຕ່າງໆ
ໜ້າທີ່ຮັບຜິດຊອບ
- ສັງລວມອາກອນທົ່ວລະບົບທະນາຄານ
- ຄຸ້ມຄອງລະບົບ Taxris
- ຈັດສ້າງລາຍງານຊັບສົມບັດຄົງທີ່ / ຄ່າຫຼຸ້ຍຫ້ຽນ
- ກວດການເປີດ, ປິດ ຫຼື ໂອນ ຂອງຊັບສິນໃນລະບົບ ແລະ ຈັດສ້າງລາຍງານຊັບສິນ
- ຕິດຕາມລາຍຈ່າຍປະຈຳວັນ ແລະ ບັນທຶກລາຍການເຂົ້າ ຕາຕະລາງສັງລວມລາຍຈ່າຍສຳລັບອາກອນ
- ກວດຮັບຮອງເອກະສານຂັ້ນຕົ້ນ ແລະ ຂັ້ນສຸດທ້າຍ ເພື່ອລົງບັນຊີ
- ປິດບັນຊີປະຈຳວັນ ແລະ ປະສານກັບທຸກພາກສ່ວນໃນການປິດລະບົບບັນຊີໃຫ້ສຳເລັດ
ເງື່ອນໄຂຜູ້ສະໜັກ:
- ຈົບລະດັບການສຶກສາລະດັບປະລິນຍາຕີຂື້ນໄປ
- ມີບຸກຄະລິກດີ, ມີຄວາມສັດຊື່ ແລະ ມີຄວາມຮອບຄອບ
- ມີຄວາມຫ້າວຫັນໃນການເຮັດວຽກ ແລະ ຮຽນຮູ້ວຽກໄດ້ດີ
- ສາມາດນໍາໃຊ້ Microsoft Office ໃນວຽກງານໄດ້ໃນລະດັບດີ ຫຼື ອື່ນໆຈະພິຈາລະນາເປັນພິເສດ
- ສາມາດເຮັດວຽກຮ່ວມກັນກັບເພື່ອນຮ່ວມງານໃຫ້ວຽກສໍາເລັດທັນເວລາ
- ສາມາດເດີນທາງໄປຕ່າງແຂວງໄດ້ໂດຍບໍ່ມີການແຈ້ງລ່ວງໜ້າ
- ສາມາດຂຽນ, ອ່ານ ແລະ ເວົ້າພາສາອັງກິດໄດ້ດີ
- ຖ້າມີປະສົບການດ້ານບັນຊີການເງິນ ຫຼື ວຽກງານບັນຊີມາກ່ອນ ຈະພິຈາລະນາເປັນພິເສດ
ເອກະສານປະກອບມີ:
- ໃບສະໝັກວຽກ :ຈາກທະນາຄານເອັສທີ.
- ໃບຊີວະປະຫວັດ: : CV ເປັນພາສາອັງກິດ.
- ໃບຢັ້ງຢືນການສຶກສາ :ສຳເນົາໃປປະກາດ, ໃບຄະແນນ ແລະ ໃບຢັ້ງຢືນການສຶກສາຕ່າງໆ ກ໊ອບປີ້ສີ.
- ໃບຢັ້ງຢືນການເຮັດວຽກ :ໃບຢັ້ງຢືນການເຮັດວຽກ ຫຼື ໃບຢັ້ງຢືນການຝຶກງານ.
ວິຊາການ
ບັນຊີ
ສຳນັກງານໃຫຍ່
-
ເປີດຮັບສະໝັກ
18-12-2025
-
ປິດຮັບສະໝັກ
31-12-2025
-
ຈຳນວນວັນທີ່ປິດຮັບສະໝັກ
-22 ມື້