ລາຍລະອຽດວຽກງານ:

ລາຍລະອຽດວຽກງານແມ່ນແຈ້ງຕອນສຳພາດ

ໜ້າທີ່ຮັບຜິດຊອບ

  • ລະດົມເງິນຝາກ ແລະ ຊອກຫາລູກຄ້າລາຍໃໝ່
  • ຂາຍທຸກຜະລິດຕະພັນຂອງທະນາຄານ
  • ບໍລິການລູກຄ້າ(ເປີດບັນຊີ, ຝາກ, ຖອນ, ໂອນ, ແລກປ່ຽນ ແລະ ອື່ນໆ)
  • ຈັດລຽງແລະກວດເອກະສານໃຫ້ຖືກຕ້ອງຕາມລະບົບຫຼັງປິດບໍລິການລູກຄ້າ
  • ຮັບຜິດຊອບວຽກງານຕາມຫົວໜ້າສາຍງານມອບໝາຍ

ເງື່ອນໄຂຜູ້ສະໜັກ:

  • ບໍ່ຈຳກັດເພດ ອາຍຸ 21-30 ປີ
  • ຈົບການສຶກສາປະລິນຍາຕີຂື້ນໄປດ້ານ ການເງິນ-ບັນຊີ,ການທະນາຄານ, ເສດຖະສາດ,ບໍລິຫານທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ
  • ມີປະສົບການທາງດ້ານຕໍາແໜ່ງທີ່ກ່ຽວຂ້ອງ (ຈະພິຈາລະນາເປັນພິເສດ)
  • ມີບຸກຄະລິກດີ, ມີຄວາມສັດຊື່ ແລະ ມີຄວາມກ້າສະແດງອອກ
  • ມີຄວາມຫ້າວຫັນໃນການເຮັດວຽກ ແລະ ຮຽນຮູ້ວຽກໄດ້ດີ
  • ສາມາດນໍາໃຊ້ Microsoft Office ໃນວຽກງານໄດ້ໃນລະດັບດີ
  • ສາມາດເຮັດວຽກຮ່ວມກັນກັບເພື່ອນຮ່ວມງານ- ວຽກເປັນທີມໃຫ້ສໍາເລັດທັນເວລາ
  • ສາມາດເດີນທາງໄປຕ່າງແຂວງໄດ້
  • ສາມາດຂຽນ, ອ່ານ ແລະ ເວົ້າພາສາອັງກິດ-ຈີນໄດ້ດີ (ຈະພິຈາລະນາເປັນພິເສດ)
  • ຜູ້ສະໝັກເຂດໃກ້ຄຽງພື້ນທີ່ໜ່ວຍບໍລິການຫຼັກ 52 ແລະ ທ່າງ່ອນ ຈະພິຈາລະນາເປັນພິເສດ.

ເອກະສານປະກອບມີ:

  • ໃບສະໝັກວຽກ :ຈາກທະນາຄານເອັສທີ.
  • ໃບຊີວະປະຫວັດ: : CV ເປັນພາສາອັງກິດ.
  • ໃບຢັ້ງຢືນການສຶກສາ :ສຳເນົາໃປປະກາດ, ໃບຄະແນນ ແລະ ໃບຢັ້ງຢືນການສຶກສາຕ່າງໆ ກ໊ອບປີ້ສີ.
  • ໃບຢັ້ງຢືນການເຮັດວຽກ :ໃບຢັ້ງຢືນການເຮັດວຽກ ຫຼື ໃບຢັ້ງຢືນການຝຶກງານ.

ວິຊາການ

ບໍລິການ

ສຳນັກງານໃຫຍ່

  • ເປີດຮັບສະໝັກ

    10-02-2026

  • ປິດຮັບສະໝັກ

    17-02-2026

  • ຈຳນວນວັນທີ່ປິດຮັບສະໝັກ

    -19 ມື້