ທະນາຄານ ເອັສທີ ຈຳກັດ ໄດ້ມອບເງິນ ເພື່ອສ້າງກອງທຶນຜະລິດສິນຄ້າຢູ່ ສປປ ລາວ
ທະນາຄານ ເອັສທີ ຈຳກັດ ໄດ້ມອບເງິນ ເພື່ອສ້າງກອງທຶນຜະລິດສິນຄ້າຢູ່ ສປປ ລາວ
ມູນຄ່າ 6ຕື້ກີບ.
ໂດຍ ທ່ານ ສີທັດ ໄຊສຸລິວົງ ປະທານສະພາບໍລິຫານ ທະນາຄານ ເອັສທີ ຈຳກັດ ແລະ ທ່ານ ໄຊຍາ ໄຊສຸລິວົງ ຄະນະກຳມະການ ສະພາບໍລິຫານ ທະນາຄານ ເອັສທີ ຈຳກັດ ໃຫ້ກຽດເດີນທາງໄປມອບເງິນຄັ້ງນີ້ດ້ວຍຕົນເອງ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ພິທີມອບ-ຮັບເງິນ, ຕາງໜ້າໃຫ້ລັດຖະບານ ເພື່ອຮັບເອົາເງິນຄັ້ງນີ້ໂດຍແມ່ນທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຍັງມີທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີ ກະຊວງພາຍໃນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເຊິ່ງພິທີມອບ-ຮັບເງິນດັ່ງກ່າວໄດ້ຈັດຂື້ນຢູ່ທີ່ ຫໍປະຊຸມແຫ່ງຊາດ ໃນວັນທີ 06 ມັງກອນ 2025.