ພະແນກກວດກາພາຍໃນ ໄດ້ສຳເລັດການຝຶກອົບຮົມຫົວຂໍ້: “ຍົກລະດັບວຽກງານກວດກາພາຍໃນແບບມືອາຊີບ”
ພະແນກກວດກາພາຍໃນ ໄດ້ສຳເລັດການຝຶກອົບຮົມຫົວຂໍ້: “ຍົກລະດັບວຽກງານກວດກາພາຍໃນແບບມືອາຊີບ” ໃຫ້ແກ່ພະນັກງານກວດກາພາຍໃນທົ່ວລະບົບຂອງທະນາຄານເອັສທີ ໃນລະຫວ່າງວັນທີ 03-07/11/2025 ທີ່ຜ່ານມາ.
ເພື່ອເປັນການຍົກລະດັບຄວາມຮູ້ ແລະ ທັກສະຂອງພະນັກງານໃນການກວດກາພາຍໃນໃຫ້ມີຄວາມມືອາຊີບຫຼາຍຂຶ້ນ, ເພື່ອເພີ່ມປະສິດທິພາບໃນການກວດກາ, ການປະເມີນຄວາມສ່ຽງ ແລະ ສ້າງຄວາມເຂົ້າໃຈຮ່ວມກັນໃນລະບົບການກວດກາຂອງທະນາຄານໃຫ້ເປັນໄປໃນທິດທາງດຽວກັນ, ພ້ອມທັງເປັນໂອກາດໃຫ້ພະນັກງານແລກປ່ຽນປະສົບການ ແລະ ສົ່ງເສີມການຮ່ວມມືກັນໃນການປັບປຸງລະບົບການກວດກາໃຫ້ທັນສະໄໝ ແລະ ສອດຄ່ອງກັບມາດຕະຖານສາກົນ.