ຂໍ້ມູນກ່ຽວກັບ

ໂອນເງິນຜ່ານຕູ້ ATM:

  • ຄຸນລັກສະນະ:

    ລາຍລະອຽດມີດັ່ງນີ້:

    • ເປັນການໂອນເງິນດ້ວຍວິທີການໂອນເງິນເຂົ້າບັນຊີດ້ວຍກັນລະຫວ່າງບັນຊີກັບບັນຊີຂອງ ທອທ, ເຊິ່ງການໂອນເງິນວິທີນີ້ມີຄວາມສະດວກສະບາຍສໍາລັບຜູ້ທີ່ຖືບັດ ທອທ ດ້ວຍການບໍລິການໂອນເງິນຜ່ານຕູ້ ATM ໄດ້ຕະຫຼອດ 24 ຊົ່ວໂມງ.
  • ຜົນປະໂຫຍດທີ່ໄດ້ຮັບ:

    ລາຍລະອຽດມີດັ່ງນີ້:

    • ຜູ້ຮັບໄດ້ຮັບເງິນທັນທີ.
    • ສາມາດໂອນສູງສຸດ 90, 000, 000 ກີບ/ມື້.
    • ບໍ່ໄດ້ເສຍຄ່າທຳນຽມໂອນ.
    • ຜູ້ໂອນໄດ້ຮັບໃບບິນເກັບໄວ້ເປັນຫຼັກຖານ.
    • ເປີດບໍລິການຕະຫຼອດ 24 ຊົ່ວໂມງ, 7ມື້/ອາທິດ.
  • ປະເພດສະກຸນເງິນໂອນ:

    ລາຍລະອຽດມີດັ່ງນີ້:

    • ທ່ານສາມາດໂອນໄດ້: ບັນຊີສະກຸນເງິນກີບ ຫາ ບັນຊີສະກຸນເງິນກີບ, ບັນຊີສະກຸນເງິນບາດ ຫາ ບັນຊີສະກຸນເງິນບາດ, ບັນຊີສະກຸນເງິນໂດລາ ຫາ ບັນຊີສະກຸນເງິນໂດລາ.
  • ເງື່ອນໄຂໃນການໂອນເງິນ:

    ລາຍລະອຽດມີດັ່ງນີ້:

    • ຜູ້ສົ່ງ ແລະ ຜູ້ຮັບຕ້ອງມີເລກບັນຊີ ແລະ ບັດເອທີເອັມຂອງ ທອທ ຈຳກັດ.
  • ຂັ້ນຕອນ:

    ລາຍລະອຽດມີດັ່ງນີ້:

    • ນຳບັດເອທີເອັມຂອງ ທອທ ເຂົ້າໄປໃນຕູ້ເອທີເອັມຂອງທະນາຄານ.
    • ກົດລະຫັດລັບຂອງທ່ານ 6 ຕົວເລກ.
    • ເລືອກພາສາລາວ ຫຼື ອັງກິດ.
    • ເລືອກປະເພດການບໍລິການເປັນການໂອນເງິນລະຫວ່າງບັນຊີ.
    • ໃສ່ເລກບັນຊີຂອງຜູ້ຮັບທີ່ທ່ານຈະໂອນເງິນໄປໃຫ້.
    • ໃສ່ຈຳນວນເງິນທີ່ທ່ານຕ້ອງການໂອນ.
    • ລໍຖ້າລະບົບປະຕິບັດການຈົນສຳເລັດ ແລະ ຮັບໃບບິນລາຍການໂອນເງິນ.