ຂໍ້ມູນກ່ຽວກັບ

ໂອນເງິນດ້ວຍການອອກແຊັກຂອງ ທອທ:

  • ຄຸນລັກສະນະ:

    ລາຍລະອຽດມີດັ່ງນີ້:

    • ເປັນແຊັກເງິນສົດ ແລະ ແຊັກລູກຄ້າທີ່ມີບັນຊີກະແສລາຍວັນທີ່ຢັ້ງຢືນ (VISA) ຂໍ້ມູນຂອງການມີເງິນໃນບັນຊີຖືກຕ້ອງຄົບຖ້ວນ ເພື່ອໄປມອບເຂົ້າບັນຊີນຳຕ່າງທະນາຄານໄດ້. ມີຄວາມສະດວກ ແລະ ປອດໄພໃນການສັ່ງຈ່າຍເງິນທຸກຄັ້ງ.
    • ສະດວກ ໝັ້ນໃຈ ປອດໄພ ໃນການສັ່ງຈ່າຍເງິນ ແລະ ສາມາດໃຊ້ແທນເງິນສົດໄດ້.
  • ຜົນປະໂຫຍດທີ່ໄດ້ຮັບ:

    ລາຍລະອຽດມີດັ່ງນີ້:

    • ລູກຄ້າສາມາດສັ່ງຈ່າຍແຊັກໄດ້ແບບບໍ່ຈຳກັດວົງເງິນ.
    • ສາມາດນຳແຊັກເງິນສົດໄປຊຳລະສະສາງໄດ້ກັບທຸກທະນາຄານພາຍໃນປະເທດ, ສາມາດຊຳລະສະສາງ ພາສີ-ອາກອນ ແລະ ຄັງເງິນແຫ່ງຊາດໄດ້.
    • ສາມາດນຳໄປໃຊ້ໃນການຄ້ຳປະກັນການປະມູນຂອງໂຄງການໄດ້.
    • ແຊັກມີຄວາມປອດໄພໃນການຈ່າຍເງິນ ໂດຍຜູ້ສັ່ງຈ່າຍສາມາດລະບຸຊື່, ເລກບັນຊີຂອງຜູ້ຮັບເງິນໃສ່ໃນແຊັກ ເພື່ອຮັບປະກັນວ່າການຈ່າຍເງິນດັ່ງກ່າວຈະເຂົ້າບັນຊີຜູ້ຮັບເງິນແທ້.
  • ເງື່ອນໄຂການໃຊ້ບໍລິການ:

    ລາຍລະອຽດມີດັ່ງນີ້:

    • ຜູ້ໂອນ: ຕ້ອງມີບັດປະຈຳຕົວ, PASSPORT ຫຼື ສໍາມະໂນຄົວ.
    • ລູກຄ້າຕ້ອງປະກອບແບບຟອມໃບຂໍສະເໜີຂໍຊື້ແຊັກ ຫຼື ໃບສະເໜີຂໍຢັ້ງຢຶນແຊັກຂອງ ທອທ.
    • ລູກຄ້າສາມາດຊື້ແຊັກເງິນສົດກັບທະນາຄານໂດຍການຈ່າຍເງິນສົດ ຫລື ຫັກໃນບັນຊີເງິນຝາກຂອງລູກຄ້າ.
    • ຄ່າທຳນຽມໃນການອອກແຊັກ 20,000ກີບ / 3ໂດລາ / 100ບາດ ຕໍ່ແຊັກ.
  • ຂັ້ນຕອນ:

    ລາຍລະອຽດມີດັ່ງນີ້:

    • ກະກຽມເອກະສານຢັ້ງຢືນສະຖານະຂອງທ່ານຕາມຂ້າງເທິງນັ້ນກ່ອນ.
    • ທ່ານສາມາດໂອນດ້ວຍເງິນສົດ ຫຼື ຕັດຈາກບັນຊີຂອງທ່ານ.
    • ທ່ານສາມາດທໍາທຸລະກໍາໄດ້ທີ່ສຳນັກງານໃຫ່ຍຂອງ ທອທ ເທົ່ານັ້ນ.