ຂໍ້ມູນກ່ຽວກັບ

ໂອນເງິນພາຍໃນປະເທດ

  • ຄຸນລັກສະນະ:

    ລາຍລະອຽດມີດັ່ງນີ້:

    • ບັນດາລູກຄ້າທີ່ມີຄວາມຕ້ອງການໂອນໄປຫາຜູ້ໄດ້ຮັບຜົນປະໂຫຍດທີ່ມີບັນຊີຢູ່ທະນາຄານອື່ນ, ທະນາຄານມີຄວາມຍິນດີບໍລິການທ່ານ ດ້ວຍລະບົບການໂອນເງິນຜ່ານສູນຊຳລະສະສາງແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ ເຊິ່ງມີທັງໂອນຜ່ານລະບົບ RTGS ຫຼື ແຊັກ, ຊຶ່ງຈະໃຊ້ເວລາບໍ່ເກີນ 1 ວັນລັດຖະການ. ທ່ານສາມາດໂອນເງິນໄປຍັງຜູ້ທີ່ມີບັນຊີຢູ່ ທະນາຄານອື່ນໄດ້ ຜ່ານທຸກສາຂາຂອງ ທອທ ເຊີ່ງຈະເຮັດໃຫ້ທ່ານສະດວກ ແລະ ບໍ່ຕ້ອງເສຍເວລາ.
  • ຜົນປະໂຫຍດທີ່ໄດ້ຮັບ:

    ລາຍລະອຽດມີດັ່ງນີ້:

    • ຜູ້ຮັບສາມາດຮັບເງິນໄດ້ພາຍໃນເວລາບໍ່ເກີນ 24 ຊົ່ວໂມງ.
    • ບໍ່ຈໍາກັດວົງເງິນ ແລະ ຈໍານວນຄັ້ງໃນການໂອນຕໍ່ວັນ.
  • ປະເພດສະກຸນເງິນໂອນ:

    ລາຍລະອຽດມີດັ່ງນີ້:

    • ທ່ານສາມາດໂອນໄດ້: ສະກຸນເງິນກີບ.
  • ເງື່ອນໄຂໃນການໂອນເງິນ:

    ລາຍລະອຽດມີດັ່ງນີ້:

    • ຜູ້ໂອນ: ຕ້ອງມີບັດປະຈຳຕົວ, ສໍາມະໂນຄົວ ຫຼື Passport.
    • ຜູ້ຮັບ: ຕ້ອງມີບັນຊີກັບທະນາຄານປາຍທາງ.
    • ຄ່າທໍານຽມ: 20,000 ກີບ ຕໍ່ລາຍການ.
  • ຂັ້ນຕອນ:

    ລາຍລະອຽດມີດັ່ງນີ້:

    • ກະກຽມເອກະສານຢັ້ງຢືນສະຖານະຂອງທ່ານຕາມຂ້າງເທິງນັ້ນກ່ອນ.
    • ທ່ານສາມາດໂອນດ້ວຍເງິນສົດ ຫຼື ຕັດຈາກບັນຊີຂອງທ່ານ.
    • ທ່ານສາມາດທໍາທຸລະກໍາໄດ້ຕາມປ່ອງບໍລິການຕ່າງໆຂອງທະນາຄານ.